ຂ່າວສານ

ທະ​ຫານຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ 3 ຄົນ ເສ​ຍ​ຊີ​ວິດ​ຢູ່​ພາກ​ໃຕ້ ລີ​ບັງ

ນີ້ກໍແມ່ນບັນດາກໍລະນີເສຍຊີວິດທຳອິດຂອງກຳລັງທະຫານຮັກສາສັນຕິພາບ ສປຊ, ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ລະເບີດຄືນໃໝ່ ນັບແຕ່ວັນທີ 2 ມີນາ ເປັນຕົ້ນມາ.
  ນາຍທະຫານຮັກສາສັນຕິພາບ ສປຊ 3 ຄົນ ເສຍຊີວິດຢູ່ພາກໃຕ້ ລີບັງ (ພາບ: REUTERS)  

ທະຫານຮັກສາສັນຕິພາບ ສປຊ 3 ຄົນໄດ້ເສຍຊີວິດໃນ 2 ເຫດການຕ່າງກັນຢູ່ພາກໃຕ້ ລີບັງ ເມື່ອວັນທີ 30 ມີນາ. ກຳລັງຮັກສາສັນຕິພາບຊົ່ວຄາວ ສປຊ ປະຈຳ ລີບັງ (UNIFIL) ໃຫ້ຮູ້ວ່າ ທະຫານຮັກສາສັນຕິພາບ 2 ຄົນ ໄດ້ເສຍຊີວິດພາຍຫຼັງເຫດລະເບີດເກີດຂຶ້ນ ໂດຍຍັງບໍ່ຮູ້ແຈ້ງສາຍເຫດມ້າງທຳລາຍລົດຄັນໜຶ່ງຂອງເຂົາເຈົ້າຢູ່ເຂດ Bani Hayyan ພາກໃຕ້ ລີບັງ. ກ່ອນໜ້ານັ້ນ, ທະຫານຮັກສາສັນຕິພາບຊາວ ອິນໂດເນເຊຍ  1 ຄົນ ກໍເສຍຊີວິດໃນຮຸ່ງເຊົ້າຂອງວັນດຽວກັນ, ເມື່ອລູກປືຍໃຫຍ່ລະເບີດຂຶ້ນຢູ່ບ້ານ  Adchit Al – Qusayr, ພາກໃຕ້ລີບັງ.  UNIFIL ໄດ້ກ່າວປະນາມບັນດາເຫດການດັ່ງກ່າວຢ່າງແຮງ ແລະ ໃຫ້ຮູ້ວ່າ ພວມສືບສວນສາຍເຫດ. ນີ້ກໍແມ່ນບັນດາກໍລະນີເສຍຊີວິດທຳອິດຂອງກຳລັງດັ່ງກ່າວ, ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ລະເບີດຄືນໃໝ່ ນັບແຕ່ວັນທີ 2 ມີນາ ເປັນຕົ້ນມາ.

ທ່ານ Antonio Guterres  ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີເລັ່ງໃສ່ກຳລັງຮັກສາສັນຕິພາບແມ່ນການລະເມີດກົດໝາຍມະນຸດສະທຳສາກົນຢ່າງຮ້າຍແຮງ ແລະ ອາດຈະກາຍເປັນໂທດກຳສົງຄາມໄດ້.

ໃນວັນດຽວກັນ, ຝລັ່ງ ໄດ້ຍົກອອກຄຳຮຽກຮ້ອງຈັດກອງປະຊຸມດ່ວນຢູ່ສະພາຄວາມໝັ້ນຄົງ ສປຊ ເພື່ອປຶກສາຫາລືກ່ຽວກັບເຫດການດັ່ງກ່າວ.


top