ຂ່າວສານ

ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໜູນ​ຊ່ວຍ​ຟື້ນ​ຟູ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາລະບົບທະ​ນາ​ຄານເປັນປົກກະຕິ ແລະ ມີຄວາມປອດໄພ

ທ້າຍເດືອນກັນຍາຜ່ານມາ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຕັດສິນເພີ່ມອັດຕາດອກເບ້ຍ ບໍລິຫານຂຶ້ນ 1% ພາຍຫຼັງໄດ້ຮັກສາເປັນປົກກະຕິເປັນເວລາ 2 ປີ ແລະ ທ້າຍເດືອນຕຸລາ, ທະນາຄານແຫ່ງລັດ ສືບຕໍ່ກຳນົດເພີ່ມດອກເບ້ຍບໍລິຫານຕື່ມອີກ 1%, ພ້ອມທັງປັບປຸງ ອັດຕາແລກປ່ຽນເງິນຕາຕ່າງປະເທດ. ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການປັບປຸງທີ່ເໝາະສົມກັບການຜັນແປດ້ານການເງິນ - ເງິນຕາໂລກແລະ ຫວັງວ່າທະນາຄານແຫ່ງລັດຈະສືບຕໍ່ຕິດແທດກັບສະພາບການຕົວຈິງ, ຄົ້ນຄ້ວາເພື່ອມີວິທີການບໍລິຫານນະໂຍບາຍການເງິນທີ່ມີໄຫວພິບ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ ເຊິ່ງແມ່ນໜູນຊ່ວຍຟື້ນຟູເສດຖະກິດ ແລະຄວບຄຸມໄພເງິນເຟີ້, ຮັກສາລະບົບສິນເຊື່ອທະນາຄານເປັນປົກກະຕິແລະມີຄວາມປອດໄພ.
  ສຳນັກງານໃຫຍ່ຂອງ ທະນາຄານແຫ່ງຊາດ (ພາບ: sbv.gov.vn)  

ບໍ່ພຽງແຕ່ເພີ່ມດອກເບ້ຍບໍລິຫານຂຶ້ນ 1%/ປີ ຄັ້ງທີ 2 ໃນຮອບເວລາ 1 ເດືອນຜ່ານມາ, ທະນາຄານແຫ່ງລັດ ຫວຽດນາມ ກໍ່ປັບປຸງອັດຕາແລກປ່ຽນເງິນຕາລະຫວ່າງ ສະກຸນເງິນໂດລາສະຫະລັດ ແລະ ເງິນດົ່ງ ຫວຽດນາມ, ແຕ່ລະດັບ 3% ຂຶ້ນເຖິງ 5%, ມີຜົນສັກສິດແຕ່ວັນທີ 17 ຕຸລາ ເປັນຕົ້ນໄປ. ທ່ານ ຫວູຕຽນລົກ, ກຳມະການກຳມາທິການເສດຖະກິດ ສະພາແຫ່ງຊາດ ຫວຽດນາມ ຕີລາຄາວ່າ ການເພີ່ມອັດຕາແລກປ່ຽນເງິນຕາ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດເປີດປະຕູ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງຂອງເສດຖະກິດ ຫວຽດນາມ ໃນສະພາບການປັດຈຸບັນ:

ລາຄາຂອງສະກຸນເງິນ USD ພວມເພີ່ມຂຶ້ນ (ແຂງຄ່າ) ແລະ ສະກຸນເງິນຕ່າງໆໃນໂລກ ລ້ວນແຕ່ຫຼຸດລົງ (ອ່ອນຄ່າ) ເມື່ອທຽບໃສ່ກັບສະກຸ່ນເງິນ USD, ເພາະສະນັ້ນ ສະກຸນເງິນດົ່ງ ຫວຽດນາມ ຈະຕ້ອງຮັບກຳລັງດັນຫຼາຍພໍສົມຄວນຖ້າຮັກສາໄດ້ອັດຕາແລກປ່ຽນຄືເກົ່າພວກເຮົາຕ້ອງເພີ່ມປັບປຸງອັດຕາເງິນແລກປ່ຽນເພື່ອສ້າງເງື່ອໄຂໃຫ້ແກ່ທະນາຄານແຫ່ງລັດ ອາດຈະເປັນເຈົ້າການຢ່າງໄຫວພິບກ່ວາໃນນະໂຍບາຍແລກປ່ຽນເງິນຕາເພື່ອທັງຮັບປະກັນເສດຖະກິດມະຫາພາກເປັນປົກກະຕິທັງອາດຈະໜູນຊ່ວຍໃຫ້ແກ່ການສົ່ງອອກໜູນຊ່ວຍກຳລັງຄວາມສາມາດໃນການແກ້ງແຍ້ງ ຂອງພື້ນຖານເສດຖະກິດໃນສະພາບການປັດຈຸບັນຂ້າພະເຈົ້າຖືວ່າ ນີ້ແມ່ນມາດຕະການທີ່ເໝາສົມ.

ມີຫຼາຍປະເທດໃນໂລກ ໄພເງິນເຟີ້ພວມຢູ່ໃນລະດັບສູງທີ່ສຸດ, ເຮັດໃຫ້ສະກຸນເງິນຂອງຫຼາຍປະເທດໃຫຍ່ຄື ອາເມລິກາ ແລະ ສະຫະພາບເອີລົບ, ເພີ່ມອັດຕາດອກເບ້ຍບໍລິຫານ ຂຶ້ນຢ່າງລຽນຕິດເພື່ອຄວບຄຸມໄພເງິນເຟີ້. ສະພາບການນີ້ ເຮັດໃຫ້ສະກຸນເງິນຫວຽດນາມ ຕົກເຂົ້າສູ່ສະພາບການອ່ອນຄ່າ ດັ່ງນັ້ນ ຕ້ອງປັບປຸງເພີ່ມອັດຕາແລກປ່ຽນເງິນ. ແຕ່ຖ້າມີອັດຕາແລກປ່ຽນສູງ ຈະກໍ່ຜົນສະທ້ອນເຖິງການສົ່ງອອກນຳເຂົ້າ ແລະ ບັນຫາຄວາມດຸ່ນດ່ຽງເງິນຕາຕ່າງປະເທດ ເຮັດໃຫ້ວິສາຫະກິດປະສົບກັບຄວາມສ່ຽງໃນການດຳເນີນທຸລະກິດ. ທ່ານ ຟ້າມດຶກເອິນ ປະທານສະພາສະມາຊິກທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

ເພື່ອຊຸກຍູ້ພັດທະນາເສດຖະກິດນັບແຕ່ຕົ້ນປີມາຮອດປັດຈຸບັນການເຕີບໂຕສິນເຊື່ອໄດ້ສູງກ່ວາ 11% ແລ້ວໃນຂະທີ່ການລະດົມທຶນຫາກໍ່ເພີ່ມຂຶ້ນກ່ວາ 4%, ບວກກັບການລົງທຶນພາກລັດ ບໍ່ສາມາດປ່ອຍເງິນລົງທຶນໄດ້ເຮັດໃຫ້ຂາດທຶນໃນເວລາຜ່ານມາເພື່ອຮັບປະກັນການເຄື່ອນໄຫວບັນດາທະນາຄານການຄ້າ ເພີ່ມການລະດົມທຶນດ້ານໜຶ່ງລະດົມດອເບ້ຍເຊິ່ງນັບແຕ່ຕົ້ນປີມາຮອດປັດຈຸບັນໄດ້ເພີ່ມຂຶ້ນກ່ວາ 3% ເຊິ່ມະຕິຂອງສະພາແຫ່ງຊາດ ຂອງລັດຖະບານ ແມ່ນມານະພະຍາຍາມຈຳກັດຄ່າໃຊ້ຈ່າຍເພື່ອຫຼຸດຜ່ອນອັດຕາດອກເບ້ຍແຕ່ 1  2%/ປີໃນໄລຍະຜ່ານໄປດ້ວຍການບໍລິຫານຂອງທະນາຄານແຫ່ງລັດ ກໍຍັງຮັກສາໄດ້ອັດຕາດອກເບ້ຍກູຢຶມ ແຕ່ການລະດົມໄດ້ເພີ່ມຂຶ້ນ 3%, ດັ່ງນັ້ນໃນໄລຍະເວລາຈະເຖິງ ກໍຈະແມ່ນບັນຫາທີ່ຫຍຸ້ງຍາກຢ່າງແທ້ຈິງ.

ເມື່ອຕີລາຄາຜົນກະທົບຂອງບັນດາການກະທຳບໍລິຫານນະໂຍບາຍເງິນຕາຫວ່າງມໍ່ໆມານີ້ ຂອງທະນາຄານແຫ່ງລັດ, ທ່ານ ຫງວຽນງອກເຊີນ, ສະມາຊິກສະພາແຫ່ງຊາດແຂວງຫ໋າຍເຢືອງ ຖືວ່າ:

ສຳລັບນະໂຍບາຍບໍລິຫານທີ່ມີໄຫວພິບຂອງທະນາຄານແຫ່ງລັດຂ້າພະເຈົ້າຖືວ່າ ແນ່ນອນວ່າຄວາມສາມາດບົ່ມຊ້ອນຍັງມີຢູ່ແຕ່ບັນຫາແມ່ນ ເຮົາຕ້ອງນຳຊ້ແຫຼ່ງທຶນນີ້ຢ່າງມີປະສິດທິຜົແນໃດໃຫ້ຖືກຕ້ອງຕາມກົດໝາຍ ກໍ່ຄືມີປະສິດທິຜົນໃນການລົງທຶນຂອງທະນາຄານບໍ່ມີສະພາບການທີ່ບັນດາວິສາຫະກິດບໍ່ມີຄວາມສາມາດ ແຕ່ຍັງໄດ້ຮັບການກູ້ຢືມເງິນອີກວິສາກິດທີ່ມີຄວາມສາມາດຢ່າງເຂັ້ມແຂງມີການເຄື່ອນໄຫວຜະລິດຳເນີນທຸລະກິດຢ່າງມີປະສິດທິຜົນ ຈຶ່ງໄດ້ຮັບການລົງທຶນຈາກທະນາານ.

ໃນສະພາບການບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ ສືບຕໍ່ປະຕິບັດນະໂຍບາຍຮັດແໜ້ນເງິນຕາ ແລະ ເພີ່ມດອກເບ້ຍບໍລິຫານ, ສ້າງກຳລັງດັນຕໍ່ການບໍລິຫານນະໂຍບາຍເງິນຕາຂອງ ຫວຽດນາມ ຍັງສືບຕໍ່ເພີ່ມຂຶ້ນ. ດັ່ງນັ້ນ, ວິທີການແທດຈິງ ແມ່ນທະນາຄານການຄ້າ ແລະ ວິສາຫະກິດຕ້ອງເພີ່ມທະວີການຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກ, ຊອກຫາການລະໂອກາດໃນການຮ່ວມມື. ທ່ານ ເຈິ່ນວັນເລິມ, ກຳມະການຜູ້ປະຈຳການກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ, ໃຫ້ຂໍ້ສັງເກດວ່າ: 

ເລື່ອງຍົກລະດັບດອກເບ້ຍສູງຂຶ້ນເພື່ອຈຳກັດການສະໜອງເງິນແມ່ນບໍ່ສ້າງຈຳນວນເງິນມະຫາສານໃນຕະຫຼາດນີ້ແມ່ນມາດຕະການວິທີການດີທີ່ສຸດເພື່ອຄວບຄຸມໄພເງິນເຟີ້ອາດເວົ້າໄດ້ວ່າ ປີນີ້ໄພເງິເຟີ້ຂອງ ວຽດນາມ ບັນລຸຢູ່ລະດັບຕ່ຳຄືແນວນີ້ສ່ວນໜຶ່ງແມ່ນຍ້ອນມີບັນດາມາດຕະການນະໂຍບາຍເງິນຕາ ເຊິ່ງທະນາຄານແຫ່ງລັດໄດ້ປະຕິບັດເຖິງຢ່າງໃດກໍ່ຕາມປັດໄຈຫຼັກແຫຼ່ງແມ່ນພື້ນຖານເສດຖະກິດ ແຕ່ກໍ່ມີໝາກຜົນຂອງບັນດານະໂຍບາຍການເງິນທີ່ມີໄຫວພິບ ແລະ ບັນດານະໂຍບາຍນີ້ ໃນໄລຍະຈະມາເຖິງຈະຕ້ອງສືບຕໍ່ໄດ້ຮັບການຮັກສາປະຕິບັດຢ່າງມີປະສິດທິຜົນ.

ບັນດາສະມາຊິກສະພາແຫ່ງຊາດ ສະເໜີວ່າ ຕ້ອງມີບັນດາມາດຕະການໂດຍພື້ນຖານໃນການປະຕິບັດເປົ້າໝາຍຄວບຄູ່, ທັງຮັບປະກັນໄພເງິນເຟີ້, ທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ. ມາດຕະການພື້ນຖານແມ່ນບໍ່ພຽງແຕ່ອີງໃສ່ນະໂຍບາຍການເງິນເທົ່ານັ້ນ, ຫາກຍັງຕ້ອງປະຕິບັດບັນດາມາດຕະການຕ່າງໆຢ່າງຄົບຊຸດອີກດ້ວຍ, ຄືຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ພິຈາລະນາການຫຼຸດຜ່ອນບາງການໜູນຊ່ວຍການສະໜອງເງິນໃນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດໃນປີ 2023, ເມື່ອການເຕີບໂຕເສດຖະກິດປີນີ້ເພີ່ມຂຶ້ນຄືນໃໝ່ ທ່າເຕີບໂຕທີ່ດີ, ຄາດວ່າຈະສູງກ່ວາ 8%. ສະມາຊິກສະພາແຫ່ງຊາດຫວັງວ່າທະນາຄານແຫ່ງລັດ ຈະຮັກສານະໂຍບາຍການເງິນ, ມານະພະຍາຍາມຮັກສາທິດນຳບໍລິຫານນະໂຍບາຍມະຫາພາກ, ເພື່ອສ້າງຄວາມສາມາດໃນການຮັບມືໃຫ້ແກ່ພື້ນຖານເສດຖະກິດ.


top