ຂ່າວສານ

ທະ​ນາ​ຄານ​ UOB ຄາດ​​ສ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ GDP ຫວຽດ​ນາມ​ຈະ​ບັນ​ລຸ 6,6% ໃນ​ປີ 2023

ການເຕີບໂຕ GDP ຂອງຫວຽດນາມ ໃນໄຕມາດ IV/2022 ພຽງແຕ່ຢູ່ລະດັບ 5,92% ຍ້ອນຄວາມຕ້ອງການຈາກພາຍນອກ ມີສັນຍານຫຼຸດລົງ. ປີ 2022, ການເຕີບໂຕ GDP ຂອງຫວຽດນາມ ໄດ້ບັນລຸ 8,02%, ນີ້ແມ່ນລະດັບການເຕີບໂຕໃນປີໄວທີ່ສຸດນັບແຕ່ປີ 1997.
(ພາບປະກອບ: Vietnam+)

ວັນທີ 03 ມັງກອນ ທະນາຄານ UOB (ສິງກະໂປ) ໄດ້ຖປະກາດລາຍງານການເຕີບໂຕຂອງເສດຖະກິດ ຫວຽດນາມ ໄຕມາດ IV/2022 ແລະ ແງ່ຫວັງປີ 2023 ດ້ວຍບາງການຄາດຄະເນທີ່ໜ້າເອົາໃຈໃສ່; ໃນນັ້ນ, UOB ຮັກສາການຄາດຄະເນເຕີບໂຕ GDP ຂອງຫວຽດນາມ ປີ 2023 ຢູ່ລະດັບ 6,6%, ແທດເໝາະກັບການຄາດຄະເນຢ່າງເປັນທາງການແມ່ນ 6,5%.

ຕາມ UOB ແລ້ວ, ການເຕີບໂຕ GDP ຂອງຫວຽດນາມ ໃນໄຕມາດ IV/2022 ພຽງແຕ່ຢູ່ລະດັບ 5,92% ຍ້ອນຄວາມຕ້ອງການຈາກພາຍນອກ ມີສັນຍານຫຼຸດລົງ. ປີ 2022, ການເຕີບໂຕ GDP ຂອງຫວຽດນາມ ໄດ້ບັນລຸ 8,02%, ນີ້ແມ່ນລະດັບການເຕີບໂຕໃນປີໄວທີ່ສຸດນັບແຕ່ປີ 1997.

ບັນດານັກຊ່ຽວຊານຂອງ UOB ໄດ້ກ່າວວ່າ ການເຕີບໂຕຢ່າງເຂັ້ມແຂງ ທີ່ບັນລຸໄດ້ໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຟື້ນຟູຂອງ ຫວຽດນາມພາຍຫຼັງຖືກເສຍຫາຍຈາກ ໂລກລະບາດ ໂຄວິດ 19. ເຖິງຢ່າງນັ້ນກໍ່ຕາມ, ທ່າເຕີບໂຕໂດຍລວມອາດຈະຫຼຸດລົງເຂົ້າໃນປີ 2023, ຍ້ອນການຮັດແໜ້ນນະໂຍບາຍເງິນຕາ ຈາກບັນດາທະນາຄານສູນກາງ ສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງ ຄວາມຕ້ອງການຈາກພາຍນອກ. ກ່ຽວກັບໄພເງິນເຟີ້, UOB ຖືວ່າ ອັດຕາເງິນເຟີ້ອາດຈະຄົງທີ່, ພິເສດແມ່ນໃນໄລຍະ 6 ເດືອນຕົ້ນປີ 2023.


top