ຂ່າວສານ

ທະ​ນາ​ຄານແຫ່ງ​ລັດ ສືບ​ຕໍ່​ໜູນ​ຊ່ວຍ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ການ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ

ວັນທີ 8 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ພາລະກອນຢູ່ທະນາຄານແຫ່ງລັດ ຫວຽດນາມ ແລະ ຂະແໜງທະນາຄານ.

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ່າມມິງຈິງ ອວຍພອນປີໃໝ່ພະນັກງານ, ລັດຖະກອນ, ພາລະກອນ ທະນາຄານແຫ່ງລັດ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ຂະແໜງທະນາຄານ ສືບຕໍ່ເປັນເຈົ້າການໃນການບໍລິຫານ, ເຄື່ອງມືນະໂຍບາຍເງິນຕາໃຫ້ຄົບຊຸດ, ມີໄຫວພິບ,  ສົມທົບນະໂຍບາຍປີການເງິນ ແລະ ນະໂຍບາຍເສດຖະກິດມະຫາພາກອື່ນໃຫ້ແໜ້ນແຟ້ນ ເພື່ອຄວບຄຸມໄພເງິນເຟີ້, ສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ໂດຍສະເພາະແມ່ນຜັນຂະຫຍາຍບັນດາມາດຕະການໜູນຊ່ວຍການຟື້ນຟູ, ພັດທະນາເສດຖະກິດໃຫ້ມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ວິສາຫະກິດໄດ້ເຂົ້າເຖິງແຫຼ່ງທຶນທະນາຄານຢ່າງສະດວກເພື່ອຟື້ນຟູ ແລະ ພັດທະນາການຜະລິດດຳເນີນທຸລະກິດ. ສືບຕໍ່ມີມາດຕະການຫັນການບໍລິການໃຫ້ເປັນຫຼາຍຮູບຫຼາຍແບບ, ຊຸດຍູ້ການຊຳລະທີ່ບໍ່ນຳໃຊ້ເງິນສົດ, ຫັນເປັນດີຈີຕອນຢ່າງແຮງ . ສຸມໃສ່ຜັນຂະຫຍາຍແຜນການສ້າງໂຄງປະກອບອົງການສິນເຊື່ອຕິດພັນກັບການແກ້ໄຂໜີ້ເສຍໄລຍະ 2021 – 2025 ຢ່າງຂ້ຽວຂາດ.

(ແຫຼ່ງຄັດຈາກ VOV)


top