ຂ່າວສານ

ທະເລແຫ່ງສັນຕິພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ - 19

ກອງປະຊຸມໄດ້ຈັດຂຶ້ນເປັນເວລາສອງວັນ, ໃນວັນທີ 16 – 17 ພະຈິກ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 500 ທ່ານ.

ກອງປະຊຸມໄດ້ຈັດຂຶ້ນເປັນເວລາສອງວັນ, ໃນວັນທີ 16 – 17 ພະຈິກ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 500 ທ່ານ.

  ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 500 ທ່ານ  

ກອງປະຊຸມສຳມະນາວິທະຍາສາດສາກົນທະເລຕາເວັນອອກຄັ້ງທີ 14 ດ້ວຍຫົວຂໍ້ “ທະເລແຫ່ງສັນຕິພາບ, ຟື້ນຟູແບບຍືນຍົງ” ໂດຍສະຖາບັນການຕ່າງປະເທດ ຫວຽດນາມ ຈັດຕັ້ງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພະຈິກ, ຢູ່ນະຄອນ ດານັ້ງ. ກອງປະຊຸມໄດ້ຈັດຂຶ້ນເປັນເວລາສອງວັນ, ໃນວັນທີ 16 – 17 ພະຈິກ ດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 500 ທ່ານ, ເຊິ່ງເປັນບັນດານັກຊ່ຽວຊານມີອິດທິພົນຊື່ສຽງມາຈາກ 20 ປະເທດ ແລະ ຜູ້ແທນຈາກບັນດາອົງການຜູ້ຕາງໜ້າຕ່າງປະເທດປະຈຳ ຫວຽດນາມ ເຂົ້າຮ່ວມຕາມຮູບແບບ ເຊິ່ງໜ້າ ແລະ ທາງໄກ.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຟ້າມກວາງຮ້ຽວ, ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່ານະໂຍບາຍຂອງ ຫວຽດນາມ ກ່ຽວກັບທະເລຕາເວັນອອກ ແມ່ນເຄົາລົບບັນດາຂໍ້ກຳນົດຂອງກົດໝາຍສາກົນຢ່າງຄົບຖ້ວນ, ມີເຈດຕະນາດີ; ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະ ກົດບັດ ສປຊ. ຫວຽດນາມ ຖືເປັນສຳຄັນການນຳໃຊ້ ແລະ ອະນຸລັກຮັກສາມະຫາສະໝຸດ, ທະເລ ແລະ ບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ທະເລແບບຍືນຍົງ. ກ່ຽວກັບຫົວຂໍ້ຂອງກອງປະຊຸມສຳມະນາ “ທະເລແຫ່ງສັນຕິພາບ, ຟື້ນຟູແບບຍືນຍົງ”, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຮ້ຽວ ເນັ້ນໜັກວ່າ:

        “ປິນີ້, ແມ່ນໂອກາດສະເຫຼີມສະຫຼອງການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ - UNCLOS ຄົບຮອບ 40 ປີ. ກອງປະຊຸມສຳມະນາແມ່ນໂອກາດຢັ້ງຢືນຄວາມສຳຄັນຂອງກົດໝາຍວ່າດ້ວຍທະເລຄືນໃໝ່, ພິເສດແມ່ນ UNCLOS ໃນການຍົກກອບນິຕິກຳຮອບດ້ານອອກມາໃຫ້ແກ່ບັນດາບັນຫາຢູ່ທະເລ ແລະ ມະຫາສະໝຸດ, ລວມມີການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ມະຫາສະໝຸດ ແລະ ຊັບພະຍາກອນທຳມະຊາດຢູ່ໃນນັ້ນແບບຍືນຍົງ”.


top