ຕອນເຊົ້າວັນທີ 30 ສິງຫາ, ທີ່ການຝຶກຊ້ອມຄັ້ງໃຫຍ່, ນອກຈາກການສວນສະໜາມຂອງກອງທັບປະຊາຊົນຫວຽດນາມແລ້ວ, ຍັງມີການປະກົດຕົວຂອງກອງທັບປົດປ່ອຍປະຊາຊົນ ຈີນ, ບັນດາກອງກຳລັງປະກອບອາວຸດສະຫະພັນ ລັດເຊຍ, ກອງທັບປະຊາຊົນ ລາວ ແລະ ກອງທັບລາດຊະວົງ ກຳປູເຈຍ. ແຕ່ລະບາດກ້າວທີ່ເຂົາເຈົ້າໄດ້ ສ້າງຈັງຫວະສາມັກຄີເປັນລະບຽບຮຽບຮ້ອຍ, ປະກອບສ່ວນຍົກໃຫ້ເຫັນຮູບພາບແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ເຄັ່ງຂຶມແບບພິເສດຂອງການເຝຶກຊ້ອມຄັ້ງໃຫຍ່ດັ່ງກ່າວ.