ຕອນບ່າຍວັນທີ 17 ມິຖຸນາ, ຢູ່ແຂວງ ເງະອານ, ທະຫານເຂດ 4 ແລະບັນດາກົມກອງ ຂອງກອງທັບປະຊາຊົນລາວ ໄດ້ຈັດກອງປະຊຸມຮ່ວມ, ຕີລາຄາໝາກຜົນປີ 2025 ແລະ 6 ເດືອນຕົ້ນປີ 2026, ກຳນົດເປົ້າໝາຍ ແລະມາດຕະການປະຕິບັດໜ້າທີ່ຮ່ວມມື ໃນ 6 ເດືອນທ້າຍປີ 2026.
ທ່ານພົນຕີ ຮ່າຖໍ້ບິ່ງ, ຜູ້ບັນຊາການທະຫານເຂດ 4 ແລະ ທ່ານພັນເອກ ຄໍາຊາວ ລິນທະກຸນແກ້ວ, ຫົວໜ້າການທະຫານກອງພົນທະຫານຮາບທີ 1, ກອງທັບປະຊາຊົນລາວ ເປັນປະທານຮ່ວມກອງປະຊຸມ.
ບັນດາຜູ້ແທນທະຫານເຂດ 4 ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn
ຜູ້ຕາງໜ້າບັນດາກົມກອງ ຂອງກອງທັບປະຊາຊົນລາວ ທີ່ກອງປະຊຸມ. ພາບ: qdnd.vn
ປີ 2025 ແລະ 6 ເດືອນຕົ້ນປີ 2026, ກອງບັນຊາການ ທະຫານເຂດ 4 ໄດ້ຊີ້ນໍາບັນດາອົງການ, ກົມກອງທີ່ຂຶ້ນກັບໃຫ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງ ແລະທ້ອງຖິ່ນຂອງລາວ ເພື່ອກຳແໜ້ນ, ແລກປ່ຽນຂໍ້ມູນຂ່າວສານ, ລາດຕະເວນ, ແກ້ໄຂສະພາບການຕ່າງໆ, ຮັບປະກັນການຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະພາຍໃນປະເທດ; ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືໃນຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແລກປ່ຽນຄະນະຜູ້ແທນ; ສົມທົບກັນຊ່ວຍເຫຼືອບັນດາກົມກອງ ແລະທ້ອງຖິ່ນຂອງລາວ ໃນການກໍ່ສ້າງລະບົບການເມືອງຮາກຖານທຸກຂັ້ນໃຫ້ໝັ້ນຄົງເຂັ້ມແຂງ. ສອງຝ່າຍໄດ້ປະຕິບັດບັນດາລາຍການກໍ່ສ້າງ ແລະຮູບແບບຊ່ວຍເຫຼືອປະຊາຊົນຢູ່ໃນເຂດໂຄງການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນຢ່າງດີ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ໃຫ້ມີຄວາມສະຖຽນລະພາບ.
ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກການຮ່ວມມື. ຕາມນັ້ນແລ້ວ, ທະຫານເຂດ 4 ຊີ້ນໍາບັນດາກົມກອງຊ່ວຍເຫຼືອບັນດາກົມກອງຂອງລາວ ປະຕິບັດໜ້າທີ່ຮ່ວມມືຈຸດສຸມ; ກໍ່ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຈັດຕັ້ງບັນດາໂຄງການ, ໂຄງການຂະໜາດນ້ອຍ ແລະຮູບແບບສົ່ງເສີມກະສິກໍາ ຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ ຢູ່ໃນເຂດທີ່ມີໂຄງການ; ສົມທົບກັນສະໜອງຂໍ້ມູນຂ່າວສານ ແລະອຳນວຍຄວາມສະດວກໃຫ້ແກ່ບັນດາກອງຂຸດຄົ້ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂອງທະຫານເຂດ 4 ໃນການຜັນຂະຫຍາຍ "ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”...
ທະຫານເຂດ 4 ແລະ ບັນດາກົມກອງ ກອງທັບປະຊາຊົນລາວ ລົງນາມໃນບົດບັນທຶກການຮ່ວມມື. ພາບ: qdnd.vn
ການນຳກອງບັນຊາການທະຫານເຂດ 4 ມອບຂອງຂວັນ ໃຫ້ແກ່ບັນດາກົມກອງຂອງກອງທັບປະຊາຊົນລາວ. ພາບ: qdnd.vn
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນຕີ ຮ່າຖໍ້ບິ່ງ, ຜູ້ບັນຊາການທະຫານເຂດ 4 ເນັ້ນໜັກວ່າ: ໃກ້ຊິດຕິດແທດກັບລັກສະນະພິເສດ ແລະ ສະພາບການໜ້າທີ່, ຄະນະປະຈຳພັກ, ກອງບັນຊາການທະຫານເຂດ 4 ຍາມໃດກໍ່ຊາບຊຶມດໍາລັດ, ຄຳສັ່ງ, ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງຄົບຊຸດ ໃຫ້ຖືກຕ້ອງຕາມທັດສະນະ, ແນວທາງຂອງພັກ, ລັດ, ກະຊວງປ້ອງກັນປະເທດ, ຍາມໃດກໍ່ຖືສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ກັບບັນດາອົງການ, ກົມກອງ, ທ້ອງຖິ່ນຂອງລາວ ໃນການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ຢູ່ເຂດຊາຍແດນ, ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ ແມ່ນໜ້າທີ່ສຳຄັນແຖວໜ້າ. ທະຫານເຂດ 4 ຈະສືບຕໍ່ຜັນຂະຫຍາຍໜ້າທີ່ຮ່ວມມືຢ່າງມີຈຸດສຸມ, ຈຸດໜັກ, ນຳມາຊຶ່ງປະສິດທິຜົນແທດຈິງ.”