ຂ່າວສານ

ທະຫານຊາຍແດນແຂວງ ລາຍເຈົາ ຈັດພິທີຕ້ອນຮັບບຸນເຕັດໄວຢູ່ເຂດໝູ່ບ້ານຊາຍແດນ

ລາຍການໄດ້ຈັດຂຶ້ນດ້ວຍຄວາມໝາຍແທດຈິງຫຼາຍຢ່າງ, ຄື: ງານມະໂຫລານສິລະປະ, ປະຊາຊົນຕາແສງ ຊີເລີເລົ່າ ພ້ອມກັບທະຫານຊາຍແດນໄດ້ຫໍ່ເຂົ້າຕົ້ມມອບໃຫ້ຄອບຄົວທຸກຍາກ.
  ລາຍການໄດ້ຈັດຂຶ້ນດ້ວຍຄວາມໝາຍແທດຈິງຫຼາຍຢ່າງ (ພາບ: TTXVN)  

ວັນທີ 30 ທັນວາ, ຢູ່ບ້ານ ຕາຈາຍ (ຕາແສງຊາຍແດນ ຊີເລີເລົ່າ, ເມືອງ ຟອງໂຖ), ກອງບັນຊາການທະຫານຊາຍແດນແຂວງ ລາຍເຈົ້າ ໄດ້ສົມທົບກັບສະຫະພັນແມ່ຍິງ, ສະມາຄົມກາແດງແຂວງ ແລະ ເມືອງ ຟອງໂທ ຈັດລາຍການ “ລະດູບານໃໝ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ” ໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນ. ຕາຈາຍ ຊື່ງແມ່ນບ້ານທຳອິດ ແລະ ແມ່ນບ້ານຕ່າງໜ້າໃຫ້ແກ່ 44 ບ້ານເຂດຊາຍແດນຈັດລາຍການ.

ລາຍການໄດ້ຈັດຂຶ້ນດ້ວຍຄວາມໝາຍແທດຈິງຫຼາຍຢ່າງ, ຄື: ງານມະໂຫລານສິລະປະ, ປະຊາຊົນຕາແສງ ຊີເລີເລົ່າ ພ້ອມກັບທະຫານຊາຍແດນໄດ້ຫໍ່ເຂົ້າຕົ້ມມອບໃຫ້ຄອບຄົວທຸກຍາກ; ຈັດ “ຮ້ານຂາຍເຄື່ອງສຸນດົ່ງ” ເພື່ອໃຫ້ປະຊາຊົນເລືອກເອົາສິ່ງຈຳເປັນກະກຽມໃຫ້ແກ່ບຸນເຕັດ; ກວດພະຍາດໂດຍບໍ່ເກັບຄ່າໃຫ້ແກ່ພໍ່ແມ່ປະຊາຊົນ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ລາຍເຈົາ, ປ້ອມປ້ອງກັນຊາຍແດນ ຊີເລີເລົ່າ ໄດ້ມອບຂອງຂວັນໃຫ້ບ້ານ ຕາຈາຍ ທີ່ມີມູນຄ່າ 25 ລ້ານດົ່ງ. ສະຫະພັນແມ່ຍິງ, ສະພາກາແດງແຂວງ, ຄະນະພັກເມືອງ, ຄະນະກຳມະການປະຊາຊົນເມືອງ ຟອງໂຖ ໄດ້ມອບຂອງຂວັນ 70 ພູດ (ແຕ່ລະພູດມີມູນຄ່າ 300.000 ດົ່ງ) ໃຫ້ແມ່ຍິງທຸກຍາກ, ຄອບຄົວທຸກຍາກ, ນັກຮຽນ ແລະ ບັນດາຄອບຄົວນະໂຍບາຍ.

 


top