ຂ່າວສານ

ທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກ

      ພະນັກງານ, ນັກຮົບ, ປະຊາຊົນເທດສະບານເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ໄດ້ຍູ້ແຮງການເຄື່ອນໄຫວແຂ່ງຂັນ, ໂຄສະນາ, ຈຸດສຸມແມ່ນການປຸກລະດົມຂະບວນການແຂ່ງຂັນດ້ວຍຫົວຂໍ້ທີ່ວ່າ “ສ້າງຜົນງານເພື່ອມອບໃຫ້ພັກ”
 
ທະຫານເທດສະບານ ເຈື່ອງຊາ
      ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ພະນັກງານ, ນັກຮົບ, ປະຊາຊົນເທດສະບານເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ໄດ້ຍູ້ແຮງການເຄື່ອນໄຫວແຂ່ງຂັນ, ໂຄສະນາ, ຈຸດສຸມແມ່ນການປຸກລະດົມຂະບວນການແຂ່ງຂັນດ້ວຍຫົວຂໍ້ທີ່ວ່າ “ສ້າງຜົນງານເພື່ອມອບໃຫ້ພັກ”. ພັນເອກ ດິງວັນເກືອງ, ຫົວໜ້າການເມືອງເກາະ ເຈື່ອງຊາ, ທັງເປັນປະທານສະພາປະຊາຊົນເທດສະບານເຈື່ອງຊາ ຢັ້ງຢືນວ່າ:
     “ບໍ່ວ່າຢູ່ໃນສະພາບການໃດ, ພະນັກງານ, ນັກຮົບ, ປະຊາຊົນ, ບັນດາກຳລັງຢູ່ເກາະເຈື່ອງຊາ ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລະບອບສັງຄົມນິຍົມ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຕັ້ງໜ້າ ແລະ ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ໄດ້ຮັບມອບໝາຍໃຫ້ສຳເລັດເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)


top