ຂ່າວສານ

ທະນາຄານ​ໂລກ ຊ່ວຍ​ເຫຼືອຫຼ້າຈໍານວນ​ເງິນ​ກວ່າ 6,2 ລ້ານ USD ຊ່ວຍ​ ຫວຽດນາມ ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19

ທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ລົງນາມໃນສັນຍາຊ່ວຍເຫຼືອຫຼ້າ ດ້ວຍມູນຄ່າກວ່າ 6,2 ລ້ານ USD ເພື່ອຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19.

ທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ລົງນາມໃນສັນຍາຊ່ວຍເຫຼືອຫຼ້າ ດ້ວຍມູນຄ່າກວ່າ 6,2 ລ້ານ USD ເພື່ອຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 (ພາບ: vietnamplus.vn)

   ວັນທີ 30 ກໍລະກົດ ຢູ່ຮ່າໂນ້ຍ, ທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ລົງນາມໃນສັນຍາຊ່ວຍເຫຼືອຫຼ້າ ດ້ວຍມູນຄ່າກວ່າ 6,2 ລ້ານ USD ເພື່ອຊ່ວຍຫວຽດນາມ ຮັບມືກັບໂລກລະບາດໂຄວິດ - 19 ແລະ ໂຄສະນາເຜີຍແຜ່ກ່ຽວກັບໂລກລະບາດໂຄວິດ - 19.

        ບ້ວງເງິນໜູນຊ່ວຍນີ້ ຈະຊ່ວຍໃຫ້ຫ້ອງວິໄຈປະມານ 200 ຫ້ອງ ຢູ່ບັນດາໂຮງໝໍ ແລະ ສູນຄວບຄຸມໂລກພະຍາດຂັ້ນແຂວງ, ສະຖາບັນອະນາໄມ ແລະ ກັນໂລກລະບາດສູນກາງ,ບັນດາລະບົບວິໄຈອື່ນໃນທົ່ວປະເທດ, ສະໜອງອຸປະກອນ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃຫ້ສູນຄົ້ນຄວ້າ ວັກຊີນ ແລະ ຢາຊີວະພາບ.

(ແຫຼ່ງຄັດຈາກ VOV)


top