ຂ່າວສານ

ທະນາຄານໂລກໜູນຊ່ວຍຫວຽດນາມໃນຂົງເຂດກະສີກຳ

           WB ຫາກໍອະນຸມັດຜ່ານບ້ວງເງິນອຸປະຖຳ 300 ລ້ານ USD ທີ່ໄດ້ກູ້ຢືມມາຈາກສະຫະສະມາຄົມພັດທະນາສາກົນ ເພື່ອຊ່ວຍຫວຽດນາມເພີ່ມທະວີການເຊື່ອມຕໍ່ທາງຄົມມະນາຄົມຢູ່ບັນດາເຂດຊົນນະບົດ ແລະ ປົກປັກຮັກສາປ່າຢູ່ 8 ແຂວງແຄມທະເລ

ພາບປະກອບ 
      ທະນາຄານໂລກ WB ຫາກໍອະນຸມັດຜ່ານບ້ວງເງິນອຸປະຖຳ 300 ລ້ານ USD ທີ່ໄດ້ກູ້ຢືມມາຈາກສະຫະສະມາຄົມພັດທະນາສາກົນ ເພື່ອຊ່ວຍຫວຽດນາມເພີ່ມທະວີການເຊື່ອມຕໍ່ທາງຄົມມະນາຄົມຢູ່ບັນດາເຂດຊົນນະບົດ ແລະ ປົກປັກຮັກສາປ່າຢູ່ 8 ແຂວງແຄມທະເລ. ຕາມນັ້ນແລ້ວ, ຈຳນວນເຄິ່ງໜຶ່ງຂອງບ້ວງເງິນດັ່ງກ່າວ ແມ່ນຈະສະຫງວນໃຫ້ແກ່ໂຄງການ ເພີ່ມທະວີການເຊື່ອມຕໍ່ທາງຄົມມະນາຄົມ ແນໃສ່ບູລະນະທາງຫຼວງເລກ 19, ຕອນແລ່ນຜ່ານແຂວງບີງດິ້ງ ແລະ ຢາລາຍ. ຈຳນວນເງິນທີ່ຍັງເຫຼືອ ແມ່ນຈະຊ່ວຍຄຸ້ມຄອງປ່າແຄມທະເລຢູ່ 8 ແຂວງແຄມທະເລຢູ່ພາກເໜືອ ແລະ ພາກກາງເພື່ອຟື້ນຟູ ແລະ ປົກປັກຮັກສາປ່າ. 
 (ແຫຼ່ງຄັດຈາກ VOV)

top