ຂ່າວສານ

ທະນາຄານໂລກ:ເສດຖະກິດຫວຽດນາມປີ2017ເຕີບໂຕສູງຮັກສາເສດຖະກິດມະຫາພາກເປັນປົກກະຕິ

      ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທະນາຄານໂລກປະຈຳຫວຽດນາມ ໄດ້ປະກາດບົດລາຍງານສະຫຼຸບສະພາບການເສດຖະກິດຫວຽດນາມ. ເຊິ່ງຄາດຄະເນວ່າ ເສດຖະກິດຫວຽດນາມ ຈະບັນລຸລະດັບເຕີບໂຕ 6,7% ໃນປີ 2017.

(ເສດຖະກິດຫວຽດນາມປີ 2017 ເຕີບໂຕສູງຮັກສາເສດຖະກິດມະຫາພາກເປັນປົກກະຕິ)
            ສັງເກດໄລຍະປານກາງ, ການເຕີບໂຕ ຄາດຄະເນວ່າ ຈະຢູ່ໃນລະດັບສະຖຽນລະພາບປະມານ 6,5%, ໄຟເງິນເຟີ້ຄາດວ່າຍັງຢູ່ໃນລະດັບຕ່ຳ.
        ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳຫວຽດນາມ ທ່ານ Ousmane Dione ໃຫ້ຮູ້ວ່າ, ພື້ນຖານເສດຖະກິດຫວຽດນາມ ໄດ້ຜ່ານປີ 1 ທີ່ບັນລຸການເຕີບໂຕສູງ, ສາມາດຮັກສາເສດຖະກິດມະຫາພາກເປັນປົກກະຕິຢູ່.
        ສ່ວນນັກຊ່ຽວສານດ້ານເສດຖະກິດທະນາຄານໂລກປະຈຳຫວຽດນາມ Sebastian Eckardt ຖືວ່າ, ການປະຕິຮູບໂຄງປະກອບຍັງແມ່ນບຸລິມະສິດຈຸດສຸມ ໃນເງື່ອນໄຂການເຕີບໂຕທາງດ້ານສະມັດຕະພາບຍັງບໍ່ທັນສູງ. ບົນພື້ນຖານບັນດາບາດກ້າວທີ່ບັນລຸໄດ້, ຫວຽດນາມ ອາດຈະສືບຕໍ່ຍົກສູງລະດັບເຕີບໂຕທາງດ້ານສະມັດຕະພາບຜ່ານການລົງທຶນເຂົ້າຂົງເຂດທັກສະ ແລະ ພື້ນຖານໂຄງລ່າງກໍ່ຕ້ອງການ, ພ້ອມທັງເພີ່ມທະວີການປະຕິຮູບ ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຂົງເຂດທະນາຄານ ແລະ ລັດວິສາຫະກິດໂດຍລວງເລິກ.
 (ແຫຼ່ງຄັດຈາກ VOV)
 

top