ຂ່າວສານ

ທະນາຄານໂລກຄາດຄະເນ ຫວຽດນາມ ຈະນຳໜ້າການເຕີບໂຕຢູ່ ອາຊີ ປີ 2022

WB ໄດ້ຍົກການຄາດຄະເນການເຕີບໂຕປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 7,2% (ຈາກລະດັບ 5,3% ເມື່ອເດືອນ ເມສາ) ແລະ ຈະແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕນຳໜ້າພາກພື້ນ ອາຊີ.
  (ພາບປະກອບ: Vietnam+)  

ວັນທີ 27 ກັນຍາ, ທະນາຄານໂລກ (WB) ປະກາດບົດລາຍງານອັບເດດສະພາບການເສດຖະກິດອາຊີຕາເວັນອອກ ແລະ ມະຫາສະໝຸດປາຊີຟິກ ໄລຍະເດືອນ ຕຸລາ 2022, ໃນນັ້ນມີຄວາມປະເອີບໃຈເປັນພິເສດກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ. ຕາມນັ້ນແລ້ວ, WB ໄດ້ຍົກການຄາດຄະເນການເຕີບໂຕປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 7,2% (ຈາກລະດັບ 5,3% ເມື່ອເດືອນ ເມສາ) ແລະ ຈະແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕນຳໜ້າພາກພື້ນ ອາຊີ.

ຕາມບົດລາຍງານຂອງ WB ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຟື້ນຟູຢ່າງແຮງ ພາຍຫຼັງການລ໋ອກດາວຍ້ອນໂລກລະບາດໂຄວິດ -19 ໃນໄຕມາດທີ 3 ປີ 2021, ເພີ່ມຂຶ້ນ 6,4% ໃນເຄິ່ງຕົ້ນປີ 2022. ການຟື້ນຟູດັ່ງກ່າວ ຕົ້ນຕໍ່ແມ່ນອີງໃສ່ການຟື້ນຕົວຂອງຂະແໜງສົ່ງອອກ ກໍຄືນັກທ່ອງທ່ຽວຕ່າງປະເທດຄ່ອຍໆກັບມາທ່ອງທ່ຽວ.

ຕາມນັກຊ່ຽວຊານ WB ແລ້ວ, ກໍຄ້າຍຄືກັບບັນດາປະເທດອາຊີຕາເວັນອອກອື່ນ (ນອກຈາກ ຈີນ), ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຄາດຄະເນຈະຟື້ນຟູໃນປີ 2022. ບັນດາກຳລັງໜູນການເຕີບໂຕຄາດວ່າຈະປິ່ນອ້ອມຄວາມຕ້ອງການທັງຢູ່ພາຍໃນ ແລະ ຕ່າງປະເທດ, ຈາກຂະແໜງປຸງແຕ່ງ ຕະຫຼອດຮອດການບໍລິການເມື່ອສົ່ງອອກໄປຍັງບັນດາຕະຫຼາດໃຫຍ່.


top