ຂ່າວສານ

ທະນາຄານແຫ່ງລັດຫວຽດນາມສືບຕໍ່ບໍລິຫານນະໂຍບາຍເງິນຕາເພື່ອແນໃສ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ

      ວັນທີ 30 ພຶດສະພາ, ທະນາຄານແຫ່ງລັດ ຫວຽດນາມ ມີຂໍ້ມູນຂ່າວຢ່າງເປັນທາງການ ພາຍຫລັງ ກະຊວງການເງິນ ອາເມລິກາ ຍົກອອກບັນຊີລາຍຊື່ບັນດາປະເທດຕ້ອງຕິດຕາມກວດກາ ຊື່ງລວມມີ: 9 ປະເທດໃນນັ້ນ ມີຫວຽດນາມ. 
            ທະນາຄານແຫ່ງລັດ ໃຫ້ຮູ້ວ່າ: ທີ່ບັນດາການລາຍງານກ່ອນນີ້, ກະຊວງການເງິນອາເມລິກາ ພິຈາລະນາ 12 ຄູ່ຮ່ວມມືການຄ້າໃຫຍ່. ເຖິງຢ່າງໃດກໍຕາມ ການລາຍງານໃນເດືອນພຶດສະພາປີ 2019 ໄດ້ເພີ່ມຈຳນວນຄູ່ຮ່ວມມືດ້ານການຄ້າຕ້ອງຕິດຕາມກວດກາແມ່ນຂຶ້ນເຖິງ 21 ປະເທດ ທີ່ມີວົງເງິນການຄ້າສອງຝ່າຍກັບ ອາເມລິກາ ບັນລຸກວ່າ 40 ຕຶ້ື້ USD, ໃນນັ້ນມີຫວຽດນາມ. ບົດລາຍງານເດືອນພຶດສະພາປີ 2019 ໄດ້ສະຫລຸບວ່າ ບໍ່ມີຄູ່ຮ່ວມມືດ້ານການຄ້າໃດຄອບງຳເງິນຕາ. ຫວຽດນາມ ນອນໃນບັນຊີລາຍຊື່ຕິດຕາມກວດກາໃນບົດລາຍງານເດືອນພຶດສະພາ ປີ 2019 ຍ້ອນຕອບສະຫນອງໄດ້ 2 ມາດຖານກ່ຽວກັບເກີນດຸ່ນການຄ້າສອງຝ່າຍກັບ ອາເມລິກາ ແລະ ເກີນດຸ່ນບັນຊີເງິນຝາກກະແສລາຍວັນ.
 (ແຫຼ່ງຄັດຈາກ VOV)


top