ຂ່າວສານ

ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ລ​ະຫວ່າງ ຫວຽດ​ນາມ - ລາວ

ຮອງນາຍົກລັດຖະມົນຕີສອງທ່ານຢັ້ງຢືນວ່າ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນລະຫວ່າງ ຫວຽດນາມ - ລາວ.
  ສະຫາຍເລຂາທິການໃຫຍ່ ຫງວຽນຝູັ໋ຈ້ອງທຳການຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ພາບ: TTXVN)  

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 77 ຢູ່ນະຄອນ ນິວຢອກ (ອາເມລິກາ), ວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ.

ທີ່ການພົບປະ, ສອງຝ່າຍຢັ້ງຢືນວ່າ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນລະຫວ່າງ ຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບ ຕັດສິນໃຈຜັນຂະຫຍາຍປະຕິບັດຂໍ້ຕົກລົງສະບັບຕ່າງໆ ເຊິ່ງການນຳຂັ້ນສູງສອງປະເທດໄດ້ລົງນາມ ແລະ ໝາກຜົນກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 44; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຈັດຕັ້ງຜັນຂະຫຍາຍວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃຫ້ເປັນຢ່າງດີ; ເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ.


top