ຂ່າວສານ ຖະແຫຼງການຮ່ວມ ຫວຽດນາມ - ສີລັງກາ 09/05/2026 ວັນທີ 08 ພຶດສະພາ, ຫວຽດນາມ ແລະ ສີລັງກາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນລະຫວ່າງວັນທີ 07 – 08 ພຶດສະພາ. (ພາບປະກອບ: TTXVN) ຖະແຫຼງການຮ່ວມໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ, ຮັບຮູ້ບັນດາກຳນົດທິດທາງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໃນທຸກຂົງເຂດ, ນັບແຕ່ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ… ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍເຫັນດີເປັນເອກະພາບບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ USD ໃນປີ 2030; ໃຫ້ຄໍາໝັ້ນສັນຍາສືບຕໍ່ປົວແປງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດໃຫ້ແກ່ກັນ; ມຸ່ງໄປເຖິງບາງໂຄງການທີ່ມີລັກສະນະເປັນສັນຍາລັກໃນບັນດາຂົງເຂດຄື ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດສິນໃນນ້ຳ, ສະບຽງອາຫານ, ການຂາຍຍ່ອຍ, logistics, ພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ພະລັງງານທົດແທນ.

ວັນທີ 08 ພຶດສະພາ, ຫວຽດນາມ ແລະ ສີລັງກາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນລະຫວ່າງວັນທີ 07 – 08 ພຶດສະພາ. (ພາບປະກອບ: TTXVN) ຖະແຫຼງການຮ່ວມໄດ້ຢັ້ງຢືນບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ, ຮັບຮູ້ບັນດາກຳນົດທິດທາງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໃນທຸກຂົງເຂດ, ນັບແຕ່ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ… ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍເຫັນດີເປັນເອກະພາບບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ USD ໃນປີ 2030; ໃຫ້ຄໍາໝັ້ນສັນຍາສືບຕໍ່ປົວແປງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດໃຫ້ແກ່ກັນ; ມຸ່ງໄປເຖິງບາງໂຄງການທີ່ມີລັກສະນະເປັນສັນຍາລັກໃນບັນດາຂົງເຂດຄື ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດສິນໃນນ້ຳ, ສະບຽງອາຫານ, ການຂາຍຍ່ອຍ, logistics, ພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ພະລັງງານທົດແທນ.