ຂ່າວສານ

ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ສ​ສ​. ຫວຽດ​ນາມ ແລະ ສ. ບຸນ​ກາ​ຣີ

ການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ ແມ່ນເພື່ອແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ທັງໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມທະວີ ແລະ ປັບປຸງ ບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ
ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ (ພາບ: TTXVN)
ໃນຂອບເຂດການຢ້ຽມຢາມ ບຸນກາຣີຢ່າງເປັນທາງການ ຂອງທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໃນລະຫວ່າງວັນທີ 22 – 24 ຕຸລາ, ທ່ານ ເລຂາທິການໃຫຍ່ ໂຕເລິມ ຫວຽດນາມ ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ບຸນກາຣີຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ ແມ່ນເພື່ອແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ທັງໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມທະວີ ແລະ ປັບປຸງ ບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ກໍ່ຄືຊຸກຍູ້ການສ້າງບັນດາກົນໄກໃໝ່ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ບຸນກາຣີ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເລິກເຊິ່ງກ່ວາອີກເພື່ອແນໃສ່ຮັບປະກັນຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຢູ່ທັງສອງພາກພື້ນ ແລະ ໂລກ.

top