ຂ່າວສານ

ຖະ​ແຫຼງການ​ຮ່ວມ​ຫວຽດນາມ - ມຽນມາ

ເນື່ອງໃນໂອກາດການຢ້ຽມຢາມ ມຽນມາ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ຫວຽດນາມ ແລະ ມຽນມາ ໄດ້ອອກຖະແຫຼງການຮ່ວມ. 

 ການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດ

ຖະແຫຼງການໄດ້ຢັ້ງຢືນຄວາມໃກ້ຊິດສະໜິດສະໜົມ ກໍຄືການຖືເປັນສໍາຄັນຂອງສອງປະເທດກ່ຽວກັບການພົວພັນຄູ່່ຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ. ການນໍາສອງຝ່າຍໄດ້ເຫັນດີ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ໄດ້ເຫັນດີຮ່ວມມືຢ່າງແໜ້ນແຟ້ນ ໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປິ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ. ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນໃນຂົງເຂດຕ່າງໆ ແລະ ບັນດາກົນໄກຮ່ວມມືສອງຝ່າຍ. ສອງຝ່າຍໝັ້້ນໝາຍ ຈະເພີ່ມມູນຄ່າການລົງທຶນຂອງຫວຽດນາມຢູ່ ມຽນມາ ຂຶ້ນທົບ 2 ເທົ່າ ໂດຍຜ່ານຍຸດທະສາດຮ່ວມມືເສດຖະກິດຮອບດ້ານ. ສອງຝ່າຍເຫັນດີຮັກສາການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດ ແມ່ນໃນອາຊຽນ. ມຽນມາ ຢືນຢັນຄືນ ກ່ຽວກັບການສະໜັບສະໜູນຫວຽດນາມ ໃນການແບກຫາບບົດບາດເປັນປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ການນໍາທັງສອງຝ່າຍໄດ້ ຢືນຢືນເຖິງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສິດເສລີ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນ ໃນທະເລຕາເວັນອອກ, ຕ້ອງແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ໂດຍຜ່ານກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

top