ຂ່າວສານ

ຖະໜົນດອກໄມ້ຫງວຽນເຫ້ວ, ນະຄອນ ໂຮ່ຈິມິນດຶງດູດແຂກມາຢ້ຽມຊົມ ຢ່າງຫຼວງຫຼາຍ

      ປະຈຸບັນ, ບັນຍາກາດບູນເຕັດຢູ່ ຖະໜົນດອກໄມ້ຫງວຽນເຫ້ວ, ນະຄອນ ໂຮ່ຈິມິນ ແມ່ນຄຶກຄື້ນມ່ວນຊື່ນທີ່ສຸດດ້ວຍແຂກຄົນມາຢ້ຽມຊົມ ຢ່າງໜ້າແໜ້ນ

ຖະໜົນດອກໄມ້ຫງວຽນເຫ້ວ 
      ຖະໜົນດອກໄມ້ຫງວຽນເຫ້ວ ປີນີ້ ມີຫົວເລື່ອງ: “ ນະຄອນໂຮ່ຈິມິນ-ກ້າວຂຶ້ນຢ່າງໝັ້ນຄົງ ” ມີລວງຍາວ 720 ແມັດ ຊຶ່ງໄດ້ວາງສະແດງດອກໄມ້ນາໆຊະນິດທີ່ສວຍສົດງົດງາມ. ເຊື່ອມຕົວເຂົ້າກັບບັນຍາກາດຢູ່ ຖະໜົນດອກໄມ້ຫງວຽນເຫ້ວ.    ນາງ ເຮືອງທິກວຽນ ຢູ່ແຂວງ ດັກລັກ ໃຫ້ຮູ້ວ່າ :
   “ ນີ້ເປັນຄັ້ງທີ 2 ທີ່ຂ້າພະເຈົ້າໄດ້ມານີ້, ຂ້າພະເຈົ້າເຫັນວ່າ ບັນຍາກາດຄຶ້ກຄື້ນ ແລະ ຟົດຟື້ນມ່ວນຊື່ນກ່ວາ, ພິເສດແມ່ນເຫັນຄົນເຕົ້າໂຮມຢ່າງໜ້າແໜ້ນ. ປີນີ້ ເຮົາເຫັນວ່າ ດອກໄມ້ງາມກວ່າຊຸມປີກ່ອນໆ ”
 (ແຫຼ່ງຄັດຈາກ VOV)


top