ຂ່າວສານ

ຖະໜົນຍ່າງກາງຄືນພະລາດຊະວັງ ເຫວ໊ - ເຂດທ່ອງທ່ຽວ ເຫວ້ ເປັນເອກະລັກໃນຍາມຄ່ຳຄືນ

ຖະໜົນຍ່າງກາງຄືນບໍລິເວນພະລາດຊະວັງເຫວ້ ຖືກສ້າງຂຶ້ນເປັນຮູບປະທຳຈະກາຍເປັນຈຸດທີ່ພົ້ນເດັ່ນນໃນແຜນການຟື້ນຟູຂະແໜງທ່ອງທ່ຽວບໍລິການແຂວງເທື່ອທຽນເຫວ້ ພາຍຫຼັງໂລກລະບາດໂຄວິດ - 19. ເມື່ອວາດພາບເຖິງເຫວ້ ເມື່ອກ່ອນນີ້ ເຊິ່ງແມ່ນແຫ່ງທີ່ແຂກທ່ອງທ່ຽວສາມາດຮັບຊົມບັນດາລາຍການສະແດງສິລະປະ, ການລະຫຼິ້ນພື້ນເມືອງ, ການຄົ້ນຫາບັນດາໝູ່ບ້ານອາຊີບຫັດຖະກຳແລະອາຫານການກິນຢູ່ ເຫວ້. ນີ້ກໍ່ແມ່ນວິທີເພື່ອເຮັດໃຫ້ເພີ່ມຄຸນຄ່າຂອງເຂດປູຊະນີຍະສະຖານກຸງເກົ່າເຫວ້ ເຊິ່ງແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳຂອງມວນມະນຸດເຊິ່ງໄດ້ຮັບການຮັບຮອງຈາກ Unesco ຂອງຫວຽດນາມ.

ຖະໜົນຍ່າງກາງຄືນບໍລິເວນພະລາດຊະວັງເຫວ້ ຖືກສ້າງຂຶ້ນເປັນຮູບປະທຳຈະກາຍເປັນຈຸດທີ່ພົ້ນເດັ່ນນໃນແຜນການຟື້ນຟູຂະແໜງທ່ອງທ່ຽວບໍລິການແຂວງເທື່ອທຽນເຫວ້  ພາຍຫຼັງໂລກລະບາດໂຄວິດ - 19. ເມື່ອວາດພາບເຖິງເຫວ້ ເມື່ອກ່ອນນີ້ ເຊິ່ງແມ່ນແຫ່ງທີ່ແຂກທ່ອງທ່ຽວສາມາດຮັບຊົມບັນດາລາຍການສະແດງສິລະປະ, ການລະຫຼິ້ນພື້ນເມືອງ, ການຄົ້ນຫາບັນດາໝູ່ບ້ານອາຊີບຫັດຖະກຳແລະອາຫານການກິນຢູ່ ເຫວ້. ນີ້ກໍ່ແມ່ນວິທີເພື່ອເຮັດໃຫ້ເພີ່ມຄຸນຄ່າຂອງເຂດປູຊະນີຍະສະຖານກຸງເກົ່າເຫວ້ ເຊິ່ງແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳຂອງມວນມະນຸດເຊິ່ງໄດ້ຮັບການຮັບຮອງຈາກ Unesco ຂອງຫວຽດນາມ.

   

ຖະໜົນຍ່າງກາງຄືນບໍລິເວນພະລາດຊະວັງເຫວ້ ຖືກສ້າງຂຶ້ນເປັນຮູບປະທຳຈະກາຍເປັນຈຸດທີ່ພົ້ນເດັ່ນໃນແຜນການຟື້ນຟູຂະແໜງທ່ອງທ່ຽວບໍລິການແຂວງເທື່ອທຽນເຫວ້  ພາຍຫຼັງໂຄວິດ - 19

 ແຜນການຈັດ “ຖະໜົນຍ່າງ ກາງຄືນບໍລິເວນພະລາດຊະວັງເຫວ້” ດ້ວຍບໍລິເວນທາງນອກພະລາດຊະວັງເຊິ່ງລວມມີທາງສີ່ສາຍອ້ອມແອ້ມພະລາດຊະວັງເຫວ້. ປັດຈຸບັນຄະນະກຳມະການປະຊາຊົນນະຄອນເຫວ້ ໄດ້ບູລະນະທາງສີ່ສາຍດັ່ງກ່າວແລະຄາດວ່າຈະນຳຖະໜົນຍ່າງກາງຄືນເຂົ້າສູ່ການເຄື່ອນໄຫວໃນວັນທີ 22 ເມສາທີ່ຈະມາເຖິງ. ຖະໜົນຍ່າງ ກາງຄືນພະລາດຊະວັງເຫວ້ ຈະວາດພາບກ່ຽວກັບເຫວ້ ເມື່ອກ່ອນນີ້ ເຊິ່ງມີຄວາມແຕກຕ່າງກັບເຂດທັນສະໄໝ ຟົດຟື້ນຢູ່ຄຸ້ມຖະໜົນໃຈກາງດ້ວຍບັນດາພັດທະຄານສະຖານທີ່ເຕັ້ນລຳເຊິ່ງເຄື່ອນໄຫວຮອດ 2 ໂມງເຊົ້າ. ນາງໂຮ່ທິກີມກຸກ ຊາວນະຄອນ ເຫວ້ ໃຫ້ຮູ້ວ່າ:

   “ໃນໄລຍະທີ່ຜ່ານມາ ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຂະແໜງທ່ອງທ່ຽວເວົ້າລວມແລະແຂວງເທື່ອທຽນເຫວ້ ເວົ້າສະເພາະ. ຂ້າພະເຈົ້າເຫັນວ່ານະໂຍບາຍບູລະນະປະຕິສັງຂອນຢູ່ບໍລິເວນອ້ອມແອ້ມພະລາດຊະວັງ ເພື່ອພັດທະນາການທ່ອງທ່ຽວເຊິ່ງແມ່ນໜຶ່ງໃນບັນດາຂະແໜງປາຍແຫຼມຂອງແຂວງ.ນີ້ແມ່ນນະໂຍບາຍດີທີ່ສຸດຕ້ອງຂະຫຍາຍຫຼາຍກວ່າອີກ”

      ປັດຈຸບັນຄະນະກຳມະການປະຊາຊົນນະຄອນເຫວ້ ສົມທົບກັບສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້, ໂຮງລະຄອນສິລະປະພື້ນເມືອງພະລາດຊະວັງເຫວ້ ໄດ້ເປັນເອກະພາບກັນບັນດາລາຍການສະແດງສິລະປະແລະສ້າງລາຍການສະແດງສິລະປະປະຈຳອາທິດ. ຕາມນັ້ນແລ້ວໂຮງລະຄອນສິລະປະພື້ນເມືອງພະລາດຊະວັງເຫວ້ ໄດ້ກຽມພ້ອມລາຍການ ເພື່ອຮັບໃຊ້ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ແລະຢູ່ບັນດາສະຖານທີ່ສະແດງສິລະປະຢູ່ເຂດມໍລະດົກເຫວ້. ທ່ານ ເຈິ່ນຫວຽດຮຸ່ງ ຜູ້ອຳນວຍການສູນວັດທະນະທຳຖະແຫຼງຂ່າວນະຄອນເຫວ້ ໃຫ້ຮູ້ວ່າ:

    “ນອກຈາກຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ເພື່ອກະຕຸ້ນການທ່ອງທ່ຽວນັ້ນ, ບັນດາການເຄື່ອນໄຫວທາງດ້ານອາຫານການກິນໃນຍາມກາງຄືນແລະບັນດາບັນຫາໃນແຜນການຂອງນະຄອນກ່ຽວກັບເຄື່ອນໄຫວໃນກາງຄືນກໍ່ຄືບັນດາລາຍການໄລຍະຍາວນັບທັງຄຸ້ມຖະໜົນຍ່າງ ຈູວັນອານ, ຟ້າມຫງູຫຼາວ... ພວກຂ້າພະເຈົ້ານຳບັນດາການເຄື່ອນໄຫວວັດທະນະທຳສິລະປະວັນນະຄະດີຍາມກາງຄືນເຂົ້າເຄື່ອນໄຫວ ເຊິ່ງສຸມໃສ່ກະຕຸ້ນການທ່ອງທ່ຽວໃນປີ 2022”.

       ການຜັນຂະຫຍາຍຖະໜົນຍ່າງກາງຄືນພະລາດຊະວັງແມ່ນເພື່ອແນໃສ່ສ້າງບັນດາເຂດວັດທະນະທຳສິລະປະໃນຍາມກາງຄືນແນໃສ່ດຶງດູດແຂກທ່ອງທ່ຽວແລະປະຊາຊົນປະກອບສ່ວນໂຄສະນາ ຮູບພາບວັດທະນະທຳຊາວນະຄອນເຫວ້. ພ້ອມກັນນັ້ນກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍສີ ສ້າງບັນດາເຂດລະຫຼິ້ນບັນເທີງພົວພັນແລກປ່ຽນວັດທະນະທຳສິລະປະຄົ້ນຫາອາຫານການກິນ ແລະ ບັນດາການເຄື່ອນໄຫວຊຸມຊົນໃນກາງຄືນໃນບໍລິເວນນະຄອນເຫວ້. ທ່ານ ຫວໍເລເຍິດ ປະທານຄະນະກຳມະການປະຊາຊົນນະຄອນເຫວ້ ໃຫ້ຮູ້ວ່າ:

       “ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ມີຄວາມແຕກຕ່າງເມື່ອທຽບໃສ່ເຂດຖະໜົນຍ່າງກາງຄືນອື່ນໆໃນບໍລິເວນຂອງນະຄອນ ກໍ່ຄືບັນດາທ້ອງຖິ່ນໃນທົ່ວປະເທດ. ຖະໜົນຍ່າງກາງຄືນພະລາດຊະວັງເຫວ້ ມີສີສັນເປັນເອກະລັກຢູ່ບ່ອນວ່າ ມີບັນດາລາຍການສະແດງສິລະປະ ມີລັກສະນະເປັນມໍລະດົກ, ວັດທະນະທຳພື້ນເມືອງເພື່ອປະກອບສ່ວນເຂົ້າໃນບັນດາປະເພດສິລະປະຢູ່ຕາມທ້ອງຖະໜົນໃນຄຸ້ມຖະໜົນຍ່າງນີ້”. 

      ນອກຈາກຄຸ້ມຖະໜົນຍ່າງອ້ອມແອ້ມພະລາດຊະວັງເຫວ້ ແລ້ວ, ປີນີ້ນະຄອນເຫວ້ ຍັງຈະນຳຕະຫຼາດ ກາງຄືນ ດົງບາ ຮັບໃຊ້ການທ່ອງທ່ຽວ. ເຂດຕະຫຼາດກາງຄືນນີ້ ຈະແມ່ນແຫ່ງເພື່ອຊື້ຂາຍເຄື່ອງຂອງແຂກທ່ອງທ່ຽວ ແລະ ຊຸມຊົນໃນຍາມກາງຄືນນອກຈາກນັ້ນກໍ່ຍັງມີການບໍລິການອາຫານການກິນທີ່ເປັນເອກະລັກສະເພາະຂອງເຫວ້ອີກດ້ວຍ. ບັນດາການເຄື່ອນໄຫວທ່ອງທ່ຽວໃນຍາມກາງຄືນຈະສືບຕໍເພີ່ມຄຸນຄ່າຂອງກຸ່ມປູຊະນີຍະສະຖານກຸງເກົ່າເຫວ້ ມໍລະດົກວັດທະນະທຳຂອງມວນມະນຸດ.

(ແຫຼ່ງຄັດຈາກ VOV)


top