ຂ່າວສານ

ຖະແຫຼງການຮ່ວມຫວຽດນາມ - ຈີນ

ເນື່ອງໃນໂອກາດການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແຕ່ວັນທີ 30 ຕຸລາຫາວັນທີ 1 ພະຈິກຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ທີ່ໄດ້ດຳເນີນໄປດ້ວຍດີ, 2 ຝ່າຍ. ໄດ້ອອກຖະແຫຼງການຮ່ວມຫວຽດນາມ - ຈີນ ກ່ຽວກັບການຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນເລິກເຊິ່ງຂື້ນຕື່ມ.

 ເນື່ອງໃນໂອກາດການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແຕ່ວັນທີ 30 ຕຸລາຫາວັນທີ 1 ພະຈິກຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ ທີ່ໄດ້ດຳເນີນໄປດ້ວຍດີ, 2 ຝ່າຍ. ໄດ້ອອກຖະແຫຼງການຮ່ວມຫວຽດນາມ - ຈີນ ກ່ຽວກັບການຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນເລິກເຊິ່ງຂື້ນຕື່ມ.


ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜີງ

ຖະແຫຼງການຮ່ວມຊີ້ແຈ້ງວ່າ ສອງປະເທດຍຶດໝັ້ນທິດນຳ “ເພື່ອນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ,  ມຸ່ງໄປສູ່ອະນາຄົດ” ແລະ ນ້ຳໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ”, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ. ໃຫ້ພັດທະນາຍາວນານ, ສົດໃສແລະ ມີສະຖຽນລະພາບ ໃນຍຸກໃຫມ່.

        2 ຝ່າຍເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາຄວາມສະເໝີພາບ, ເຄົາລົບເຊິ່ງກັນແລະກັນ, ກຳແໜ້ນທິດທາງອັນຖືກຕ້ອງຂອງການພົວພັນຫວຽດນາມ - ຈີນ; ລົງເລິກການຮ່ວມມືເພື່ອຜົນປະໂຫຍດຮ່ວມ, ຊຸກຍູ້ຄວາມກົມກ່ຽວທາງດ້ານ ຜົນປະໂຫຍດລະຫວ່າງສອງປະເທດ; ແກ້ໄຂຄວາມຂັດແຍ່ງກັນຢ່າງເໝາະສົມ ບົນພື້ນຖານຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ຮັກສາສະພາບການການພົວພັນລະຫວ່າງຫວຽດນາມ - ຈີນ, ສົມທົບກັນຮັບມືກັບສິ່ງທ້າທາຍໃນພາກພື້ນ ແລະ ໃນໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ຊຸກຍູ້ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.

    ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ ປັບປຸງທ່າດີໃນການຮ່ວມມືມາແຕ່ດົນນານ, ສົ່ງເສີມບັນດາອົງການ, ສຳນັກງານ ແລະ ທ້ອງຖິ່ນຂອງສອງພັກ ແລະ ສອງປະເທດ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືຢ່າງເລິກເຊິ່ງ, ປະກອບສ່ວນເຂົ້າໃນການປົກປັກຮັກສາພັກ, ປົກປັກຮັກສາ. ລະບອບສັງຄົມນິຍົມຢູ່ແຕ່ລະປະເທດ ແລະ ຮັກສາການພົວພັນຫວຽດນາມ - ຈີນ ໃຫ້ໝັ້ນຄົງ ແລະ ກ້າວຂຶ້ນຢ່າງໝັ້ນຄົງ.

        ສືບຕໍ່ເພີ່ມທະວີການພົບປະຂັ້ນສູງລະຫວ່າງກອງທັບຂອງສອງປະເທດ; ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວແລກປ່ຽນ ແລະ ການຮ່ວມມືຄືການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ, ການສົນທະນາຍຸດທະສາດດ້ານປ້ອງກັນຊາດ, ການລາດຕະເວນຮ່ວມຢູ່ອ່າວພາກເໜືອລະຫວ່າງກອງທັບເຮືອ 2 ປະເທດ,   ຊຸກຍູ້ການຮ່ວມມືລາດຕະເວນຮ່ວມຢູ່ເຂດຊາຍແດນລະຫວ່າງ ສອງປະເທດ.

   ກ່ຽວກັບບັນຫາຢູ່ທະເລ, 2 ຝ່າຍໄດ້ເຫັນດີ ເປັນເອກະສັນສືບຕໍ່ປະຕິບັດຕາມຄວາມຮັບຮູ້ລວມທີ່ສຳຄັນຊຶ່ງບັນລຸໄດ້ລະຫວ່າງການນຳຂອງ 2ພັກ 2 ປະເທດ ແລະ “ສັນຍາວ່າດ້ວຍຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາທາງທະເລລະຫວ່າງ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ສາທາລະນະລັດປະຊາຊົນຈີນ”; ຊຸກຍູ້ການປຶກສາຫາລືກ່ຽວກັບການຮ່ວມມື ພ້ອມກັນພັດທະນາຢູ່ທະເລ ແລະ ປຶກສາຫາລືກ່ຽວກັບການກຳນົດບໍລິເວນທະເລຢູ່ນອກອ່າວພາກເໜືອ.  ສອງຝ່າຍເຫັນດີຊຸກຍູ້ຖະແຫຼງການ DOC ຢ່າງມີປະສິດທິຜົນບົນພື້ນຖານການປຶກສາຫາລື ແລະ ມີຄວາມເຫັນດີເປັນເອກະສັນ ບັນລຸ “ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ” (COC) ໂດຍໄວ ມີປະສິດທິຜົນ ມີເນື້ອໃນແທດຈິງ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ. 1982 (UNCLOS 1982); ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລເປັນຢ່າງດີ, ບໍ່ມີການກະທຳເຮັດໃຫ້ສະຖານະການສັບສົນຂຶ້ນຕື່ມ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ຊຸກຍູ້ການຮ່ວມມືຢູ່ທະເລ.

    ຫວຽດນາມຢືນຢັນຄືນການຍຶດໝັ້ນນະໂຍບາຍ “ຈີນດຽວ”, ສະໜັບສະໜູນການພົວພັນລະຫວ່າງສອງຝັ່ງຊ່ອງແຄບທະເລໃຫ້ພັດທະນາໂດຍສັນຕິພາບ, ຄັດຄ້ານການກະທຳແບ່ງແຍກ “ໄຕ້ຫວັນເປັນເອກະລາດ” ດ້ວຍທຸກຮູບການ ແລະ ຍຶດໝັ້ນຫຼັກການ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດຕ່າງໆ.

(ແຫຼ່ງຄັດຈາກ VOV)


top