ຂ່າວສານ

ຖະແຫຼງການຮ່ວມຫວຽດນາມ - ກຳປູເຈຍ: ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈີງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການແຕ່ວັນທີ 8-9 ພະຈິກ.

ວັນທີ 9 ພະຈິກ ສອງຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງຫວຽດນາມ ແລະ ກຳປູເຈຍ ໂດຍຊີ້ແຈ້ງວ່າ : ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ Hun Sen ແລະ ການນຳອື່ນໆຂອງ ກຳປູເຈຍ ປາດຖະໜາຢາກເພີ່ມທະວີການພົວພັນສອງປະເທດຕາມທິດນຳ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບເປັນມູນເຊື້ອ; ຮ່ວມມືຮອບດ້ານ ແລະ ສະຖຽນລະພາບຍາວນານ”; ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ແລະ ແກ້ໄຂທຸກບັນຫາທີ່ເກີດຂຶ້ນລະຫວ່າງສອງປະເທດໂດຍສັນຕິວິທີ.

2 ຝ່າຍຕັດສິນໃຈ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ປະກອບສ່ວນໜູນຊ່ວຍເຊິ່ງກັນ ແລະ ກັນໃນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັນນັ້ນຮັບປະກັນການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງເລິກ ແລະ ມີປະສິດທິຜົນ; ສຳເລັດແຜນກຳນົດສັງລວມ ເຊື່ອມຕໍ່ສອງພື້ນຖານເສດຖະກິດສອງປະເທດຫວຽດນາມ - ກຳປູເຈຍ ໃນປີ 2030. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບົນພື້ນຖານຫຼັກການບໍ່ປະໃຫ້ບັນດາກຳລັງເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງຕົນ ເພື່ອກໍ່ ຜົນເສຍຫາຍຕໍ່ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງປະເທດອື່ນ. . 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືປົກປ້ອງພົນລະເມືອງຕາມສົນທິສັນຍາ Vienna ກ່ຽວກັບການພົວພັນກົງສຸນ ປີ 1963; ປະສານສົມທົບກັນໃນການສະກັດກັ້ນອາດຊະຍາກຳຂ້າມ

  ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen  

ຊາຍແດນເຊັ່ນການຄ້າມະນຸດ, ການຂົນສົ່ງຄ້າຂາຍຢາເສບຕິດ ; ການຮ່ວມມື ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

2 ຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຊອກຫາ, ເຕົ້າໂຮມ ແລະ ສົ່ງອັດຖິຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ; ຍູ້ໄວການສົ່ງອັດຖິຂອງນັກຮົບແນວໂຮມສາມັກຄີຊາດກູ້ປະເທດກຳປູເຈຍຈາກຫວຽດນາມກັບຄືນສູ່ກຳປູເຈຍ.

2 ຝ່າຍໄດ້ເຫັນດີເປັນເອກະສັນກັນສ້າງເສັ້ນຊາຍແດນທາງບົກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື; ຕົກລົງຈະລົງນາມໃນສັນຍາກ່ຽວກັບດ່ານຊາຍແດນທາງບົກລະຫວ່າງສອງປະເທດໃນອະນາຄົດ; ຍູ້ແຮງການເຄື່ອນໄຫວຂອງລະບົບດ່ານຊາຍແດນ.

2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນໃນຂອບເຂດຫຼາຍຝ່າຍຄື: ສະຫະປະຊາຊາດ ແລະ ອາຊຽນ ເພື່ອແກ້ໄຂສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ, ກໍ່ຄືບັນດາເວທີປາໄສອະນຸພາກພື້ນ, ໃນນັ້ນມີບັນດາກົນໄກຮ່ວມມືແມ່ນ້ຳຂອງ.    

ຫວຽດນາມ ແລະ ກຳປູເຈຍ ຢືນຢັນຫຼັກໝັ້ນ ຮ່ວມຂອງ ອາຊຽນ ກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ຊຸກຍູ້ການເຈລະຈາ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ໂດຍນາບຂູ່ຫຼືນຳໃຊ້ກຳລັງອາວຸດ, ຮັບປະກັນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ, ແລະ ມຸ່ງໄປເຖິງການສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ສອດຄ່ອງກັບກົດໝາຍສາກົນ.


top