ຂ່າວສານ

ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ ແລະ ມາເລເຊຍ

2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດໃຫ້ເລິກເຊິ່ງຂຶ້ນຕື່ມ ຜ່ານການຊຸກຍູ້ ແລະ ຮັກສາການພົບປະຂັ້ນສູງເປັນປະຈຳ, ປັບປຸງບັນດາກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ.

2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດໃຫ້ເລິກເຊິ່ງຂຶ້ນຕື່ມ ຜ່ານການຊຸກຍູ້ ແລະ ຮັກສາການພົບປະຂັ້ນສູງເປັນປະຈຳ, ປັບປຸງບັນດາກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ.

   

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ  Dato Sri Ismail Sabri bin Yaakob)

ວັນທີ 21 ມີນາ,  ຫວຽດນາມ ແລະ ມາເລເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ໃນລະຫວ່າງວັນທີ 20 – 22 ມີນາ 2022, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ.

        ຖະແຫຼງການຮ່ວມໃຫ້ຮູ້ວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕາມພິທີການທູດ. ທ່ານນາຍົກລັດຖະມົນຕີ Dato Sri Ismail Sabri bin Yaakob ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືຫຼາຍສະບັບ.

        2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດໃຫ້ເລິກເຊິ່ງຂຶ້ນຕື່ມ ຜ່ານການຊຸກຍູ້ ແລະ ຮັກສາການພົບປະຂັ້ນສູງເປັນປະຈຳ, ປັບປຸງບັນດາກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ. ບັນດາການນຳໄດ້ເຫັນດີເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ການແລກປ່ຽນການຄ້າ 2 ສົ້ນ.

        ບັນດາການນຳໄດ້ແລກປ່ຽນກ່ຽວກັບການຜັນແປຕົ້ນຕໍຂອງພາກພື້ນ ແລະ ສາກົນຫວ່າງມໍ່ໆມານີ້. 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການສົມທົບກັນໃນການສ້າງປະຊາຄົມອາຊຽນ. ບັນດາການນຳກໍ່ຢ້ຳຄືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວີທີ, ບໍ່ນາບຂູ່ ຫຼື ນຳໃຊ້ອາວຸດ, ສອດຄ່ອງກັບບັນດາຫຼັກການທີ່ໄດ້ຮັບການຮັບຮອງຂອງກົດໝາຍສາກົນຢ່າງກວ້າງຂວາງ. 2 ຝ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນຮັກສາ ແລະ ຊຸກຍູ້ສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)…

(ແຫຼ່ງຄັດຈາກ VOV)


top