ຂ່າວສານ

ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ຫະສະພັນ ລັດເຊຍ

ຖະແຫຼງການຮ່ວມໄດ້ຢືນຢັນວ່າ ການປັບປຸງ ແລະ ຍົກສູງປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດແມ່ນບຸລິມະສິດດ້ານການຕ່າງປະເທດຂອງ ຫວຽດນາມ ແລະ ລັດເຊຍ.
(ການນຳ 2 ທ່ານຢືນຢັນຖືການຮ່ວມມືທາງດ້ານເສດຖະກິດ ແມ່ນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ)

ບົນພື້ນຖານໝາກຜົນການພົບປະເຈລະຈາໃນວັນທີ 30 ພະຈິກ, ຢູ່ ມົດສະກູ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Vladimirovich Putin ໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ຮອດປີ 2030.

        ຖະແຫຼງການຮ່ວມໄດ້ຢືນຢັນວ່າ ການປັບປຸງ ແລະ ຍົກສູງປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດແມ່ນບຸລິມະສິດດ້ານການຕ່າງປະເທດຂອງ ຫວຽດນາມ ແລະ ລັດເຊຍ. 2 ຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ອີງໃສ່ບັນດາຫຼັກການສະເໝີພາບອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນ, ບໍ່ຮ່ວມສຳພັນທະມິດ ຫຼື ຕົກລົງກັບຝ່າຍທີ 3 ແນໃສ່ມີການກະທຳກໍ່ຄວາມເສຍຫາຍຕໍ່ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ກໍຄືບັນດາຜົນປະໂຫຍດພື້ນຖານຂອງກັນ…

        2 ຝ່າຍຢືນຢັນຖືການຮ່ວມມືທາງດ້ານເສດຖະກິດແມ່ນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເພີ່ມທະວີດ້ານການສຶກສາ - ບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ; ຊຸກຍູ້ການແລກປ່ຽນໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ; ຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ ແລະ ການຢາ.

        2 ປະເທດຢືນຢັນພ້ອມແລ້ວທີ່ຈະຊຸກຍູ້ບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່; ຢືນຢັນການສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນ ແລະ ບັນດາການເຄື່ອນໄຫວດ້ານການຄ້າທີ່ບໍ່ຖືກກີດຂວາງ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນລະຫວ່າງຝ່າຍຕ່າງໆໂດຍສັນຕິວີທີ ເໝາະສົມກັບຫຼັກການ ແລະ ມາດຕະຖານລວມຂອງກົດໝາຍສາກົນ. ຫວຽດນາມ ແລະ ລັດເຊຍ ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ຊົມເຊີຍບັນດາຄວາມມານະພະຍາຍາມຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

        ຫວຽດນາມ ແລະ ລັດເຊຍ ສືບຕໍ່ເພີ່ມທະວີ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ລັດເຊຍ ໃຫ້ເລິກເຊິ່ງຂຶ້ນຕື່ມ; ຍູ້ແຮງການຮ່ວມມື ບົນພື້ນຖານແຜນການກະທຳຮອບດ້ານ ເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ອາຊຽນ ໄລຍະ 2021 – 2025; ພ້ອມກັນນັ້ນ, ສືບຕໍ່ຮ່ວມມືໃນຂອບເຂດເວທີປາໄສພາກພື້ນ ແລະ ລະຫວ່າງພາກພື້ນ.

        ໃນເຫດການທີ່ກ່ຽວຂ້ອງ, ພາຍຫຼັງສິ້ນສຸດການພົບປະເຈລະຈາລະຫວ່າງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ວັນທີ 30 ພະຈິກ, ສຳນັກຂ່າວສານ ແລະ ໜັງສືພິມໃຫຍ່ຂອງ ລັດເຊຍ ຫຼາຍສຳນັກໄດ້ລົງຂ່າວ/ບົດຕີລາຄາ ຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ ຮອດປີ 2030.

(ແຫຼ່ງຄັດຈາກ VOV)


top