ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ແບນຊິກ

      ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ແບນຊິກ ແຕ່ວັນທີ 16 – 18 ຕຸລາ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫວຽດນາມ ແລະ ແບນຊິກ ໄດ້ອອກຖະແຫຼງການຮ່ວມ.

ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ແລະທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: Thong Nhat/TTXVN)
      ໃນຖະແຫຼງການຮ່ວມ ໄດ້ຊີ້ແຈ້ງວ່າ ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ການພົວພັນໃນບັນດາຂົງເຂດ ຄືການພົວພັນຕ່າງປະເທດ ແລະ ການຮ່ວມມືເສດຖະກິດ-ສັງຄົມ, ການຄ້າ, ການສຶກສາ ແລະ ວິທະຍາສາດ ເລິກເຊິ່ງກວ່າເກົ່າ.
ການນໍາສອງທ່ານກໍຢັ້ງຢືນເຖິງການເພີ່ມທະວີການຮ່ວມມື, ສົມທົບທັດສະນະນໍາກັນທີ່ບັນດາເວທີປາໄສຫຼາຍຝ່າຍ. ຫວຽດນາມ ແລະ ແບນຊິກ ເຫັນດີເປັນເອກະພາບ ຈະສົມທົບກັນ ເພື່ອເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ, ພິເສດແມ່ນໃນຂອບເຂດຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມື (PCA).
        ສອງຝ່າຍສະໜັບສະໜູນບັນດາຄວາມມານະພະຍາຍາມກໍ່ສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະ ເຄົາລົບກົດໝາຍ. ສອງຝ່າຍຢືນຢັນຄືນໃໝ່່ການສະໜັບສະໜູນຄວາມມານະພະຍາຍາມຂອງ ອາຊຽນ ແລະ ຂອງຈີນ ໃນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ, ມີປະສິດທິຜົນ ແລະຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ໂດຍໄວ.
        ການນໍາສອງທ່ານ ໄດ້ຢັ້ງຢືນວ່າ ຈະຕິດພັນກັບກົດບັດຂອງ ສປຊ ແລະ ເຫັນດີເປັນເອກະພາບຈະສືບຕໍ່ບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ຊຸກຍູ້ລັດທິຫຼາຍຝ່າຍຢ່າງມີປະສິດທິຜົນ, ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ ແລະ ຍຸຕິທໍາ. ແບນຊິກ ກໍຢືນຢັນຄືນການສະໜັບສະໜູນຫວຽດນາມ ເປັນສະມາຊິກ ບໍ່ປະຈໍາ ການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
 (ແຫຼ່ງຄັດຈາກ VOV)
 


top