ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ສ.ເກົາຫຼີ ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຖະແຫຼງການເນັ້ນໜັກວ່າ, ຫວຽດນາມ ແລະ ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນທຸກຂົງເຂດ; ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ
  (ການພົບປະເຈລະຈາລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ)  

ຖະແຫຼງການຮ່ວມໃຫ້ຮູ້ວ່າ, ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 04 – 06 ທັນວາ. ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ດຳເນີນການພົບປະກັບທ່ານປະທານາທິບໍດີ Yoon Suk yeol ແລະ ພົບປະກັບການນຳຂັ້ນສູງຂອງ ສ.ເກົາຫຼີ.

ຖະແຫຼງການເນັ້ນໜັກວ່າ, ຫວຽດນາມ ແລະ ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນທຸກຂົງເຂດ; ເຫັນດີສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ການນຳຂັ້ນສູງຂອງ 2 ປະເທດກໍ່ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ.

2 ຝ່າຍເຫັນດີຊຸກຍູ້ການນຳວົງເງິນການຄ້າ 2 ຝ່າຍໃຫ້ເຕີບໂຕຢ່າງມີສະຖຽນລະພາບຕາມທິດຮັກສາຄວາມດຸ່ງດ່ຽງ, ຮັກສາທີ່ຕັ້ງເປັນຄູ່ຄ້າແຖວໜ້າຂອງກັນ, ໃນຕໍ່ໜ້າສູ້ຊົນຍົກວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2023, ມຸ່ງໄປເຖິງເປົ້າໝາຍບັນລຸ 150 ຕື້ USD ໃນປີ 2030.

ການນຳຂັ້ນສູງ 2 ປະເທດຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ; ໂດຍສະເພາະແມ່ນຢືນຢັນຫຼັກໝັ້ນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

  (ການນຳ 2 ປະເທດທີ່ກອງປະຊຸມຖະແຫຼງຂ່າວ)  

ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ Yoon Suk yeol ພົບປະກັບສື່ມວນຊົນເພື່ອແຈ້ງໝາກຜົນການພົບປະເຈລະຈາ. ການນຳ 2 ທ່ານໄດ້ເຫັນດີຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດຮອບດ້ານ. ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ:

“ເມື່ອມຸ່ງໄປເຖິງອະນາຄົດທີ່ສົດໄສ, ຂ້າພະເຈົ້າພ້ອມກັບທ່ານປະທານາບໍດີ, ຕາງໜ້າໃຫ້ການນຳ 2 ປະເທດ, ໄດ້ຕົກລົງ: ຍົກລະດັບການພົວພັນຂອງ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ, “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ” ຈະນຳການພົວພັນຂອງ 2 ປະເທດກ້າວເຂົ້າສູ່ໜ້າປະຫວັດສາດແຫ່ງການພັດທະນາໃໝ່ຢ່າງແຮງ, ໃນລະດັບສູງກວ່າ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ໂດຍຕາງໜ້າໃຫ້ການນຳ ຫວຽດນາມ, ຂ້າພະເຈົ້າຂໍເຊີນທ່ານປະທານາທິບໍດີ ສ.ເກົາຫຼີ ມາຢ້ຽມຢາມ ຫວຽດນາມ ຍິ່ງໄວກໍ່ຍິ່ງດີ”.

ສ່ວນທ່ານປະທານາທິບໍດີສ.ເກົາຫຼີ Yoon Suk yeol ໃຫ້ຮູ້ວ່າ, ສ.ເກົາຫຼີ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດເຕັກໂນໂລຊີທີ່ກ້າວໜ້າ ຜ່ານການຮັບປະກັນການສະໜອງໃຫ້ເປັນປົກກະຕິ. 2 ຝ່າຍພ້ອມກັນຮັບຮູ້ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງລະຫວ່າງ 2 ປະເທດ ກ່ຽວກັບການຂຸດຄົ້ນດິນຫາຍາກຢູ່ ຫວຽດນາມ. ພ້ອມທັງເພີ່ມທະວີການຮ່ວມມືດ້ານການເງິນ, ການສື່ສານ, ພື້ນຖານໂຄງລ່າງ ແລະ ພະລັງງານ. ສ.ເກົາ ຈະພິຈາລະຈາແຜນການໜູນຊ່ວຍການກໍ່ສ້າງສູນສຳຮອງ ແລະ ຄວບຄຸມໂລກລະບາດຢູ່ ຫວຽດນາມ.


top