ຂ່າວສານ

ຖະແຫຼງການຮ່ວມ GMS–6: ເສີມຂະຫຍາຍ 25 ປີ ແຫ່ງການຮ່ວມມືກໍ່ສ້າງ GMS ໃຫ້ໝັ້ນຄົງ, ເຊື່ອມໂຍງ ແລະວັດທະນາຖາວອນ

      ວັນທີ 31 ມີນາ, ກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດຮ່ວມມືອະນຸພາກພືື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 (GMS – 6) ໄດ້ດຳເນີນທີ່ຫໍປະຊຸມແຫ່ງຊາດ ຢູ່ຮ່າໂນ້ຍ. GMS – 6 ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ

ກອງປະຊຸມຂ່າວກອງປະຊຸມສຸດຍອດຮ່ວມມືອະນຸພາກພືື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 (ພາບ:ດຶກແອງ)
      ໃນຖະແຫຼງການຮ່ວມສະບັບນັ້ນ, ຜູ້ນຳບັນດາປະເທດ ແລະ ຫົວໜ້າບັນດາລັດຖະບານ ແລະ ຫົວໜ້າຄະນະຂອງລາຊະອານາຈັກກໍາປູເຈຍ, ສ.ຈີນ, ສປປ.ລາວ, ສາທາລະນະລັດສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສສ. ຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ບັນລຸໄດ້ ດ້ວຍບົດບາດເປັນຜູ້ພາທາງ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງຂອງບັນດາປະເທດ GMS. ຜູ້ຕາງໜ້າການນຳບັນດາປະເທດຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ໂຄງການຮ່ວມມືເສດຖະກິດ GMS  ແລະ ສືບຕໍ່ສະໜັບສະໜູນບັນດາຫຼັກການພື້ນຖານຂອງຂອບເຂດການຮ່ວມມື GMS  ແລະ ສົ່ງເສີມບັນດາຝ່າຍທີ່ກ່ຽວຂອ້ງທັງໝົດເລີ່ມປະຕິບັດການຄົ້ນຄວ້າທິດກ້າວເດີນເພື່ອອະນາຄົດ ແລະແນໃສ່ຫັນເຂດອະນຸພາກພື້ນໃຫ້ປະກົດຜົນເປັນຈິງທີ່ໝັ້ນຄົງ, ເຊື່ອມໂຍງ ແລະ ວັດທະນາຖາວອນ.
        ເນື້ອໃນຂອງຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດຮ່ວມມືອະນຸພາກພືື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ GMS – 6 ໄດ້ທົບທວນຄືນບັນດາການປ່ຽນແປງ ແລະ ຜົນງານຂອງໂຄງການ GMS ໃນໄລະຍະ 25 ປີຜ່ານມາ, ພ້ອມທັງວາງອອກແຜນການເຄື່ອນໄຫວໃຫ້ຊຸມປີຈະມາເຖິງ. ຕາມນັ້ນແລ້ວ, ໄລຍະຈະເຖິງ, ບັນດາຝ່າຍໄດ້ຢືນຢືນຄືນການໃຫ້ຄຳໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງຂອງ GMS  ຜ່ານການປະຕິບັດໂຄງການດຳເນີນງານ 2030 ຂອງ ສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງຢ່າງຄົບຖ້ວນ, ແນໃສ່ການພັດທະນາຢ່າງມີຫົວຄິດປະດິດສ້າງ, ກົມກຽວ, ຂຽວ, ກວມລວມ ແລະ ເປີດໃຫ້ທຸກຄົນ ແລະ ບັນລຸໄດ້ຄວາມດຸນດ່ຽງໃນສາມດ້ານຄືເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ການນຳ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມກໍໃຫ້ຄຳໝັ້ນສັນຍາກໍ່ສ້າງພື້ນຖານເສດຖະກິດເປີດໃຫ້ແຕ່ລະປະເທດ ແລະ ອະນຸພາກພື້ນ ຜ່ານການເພີ່ມທະວີການເຊື່ອມໂຍງເສດຖະກິດ, ຊຸກຍູ້ຫັນການຄ້າ ເປັນເສລີ ແລະ ສ້າງຄວາມສະດວກການລົງທຶນ.
 (ແຫຼ່ງຄັດຈາກ VOV)

top