ທີ່ວາລະອັດກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ດ່ານັ້ງ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການປະຊຸມຂ່າວ
ຖະແຫຼງການຊີ້ແຈ້ງວ່າ ການນຳ APEC ຕັດສິນໃຈພ້ອມກັນສືບຕໍ່ກະທຳຢ່າງແຂງແຮງກ່ວາ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື APEC, ເພື່ອແນໃສ່ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດພາກພື້ນ, ເສີມຂະຫຍາຍທຸກໆຄວາມສາມາດບົ່ມຊ້ອນ ຂອງບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ (MSMEs), ເພີ່ມທະວີການຄຳ້ປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ. ບັນດາການນຳ APEC ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ເພີ່ມທະວີຄວາມມານະພະຍາຍາມສ້າງອະນາຄົດລວມ ກ່ຽວກັບປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ຮ່ວມສຳພັນ ແລະ ວັດທະນາຖາວອນ. ບັນດາການນຳ APEC ສະໜັບສະໜູນໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ມຸ່ງໄປເຖິງການເຕີບໂຕກວມລວມ. ບັນດາການນຳ APEC ກໍ່ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຜັນຂະຫຍາຍພາລະໜ້າທີ່ຂອງ APEC ໃນການຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ແລະ ຄວາມວັດທະນາຖາວອນ ຢູ່ພາກພື້ນ ອາຊີ - ປາຊີຟິກ.
ຕາມຖະແຫລງການ ດ່ານັ້ງ, ບັນດາການນຳ APEC ຢືນຢັນ ຄຳໝັ້ນສັນຍາຍາວນານ ເພື່ອແນໃສ່ຮັບປະກັນ ອາຊີ - ປາຊີຟິກ ຂະຫຍັນຂັນເຄື່ອນ, ກວມລວມ ແລະ ວັດທະນະຖາວອນ ມ່ງໄປເຖິງອະນາຄົດລວມ - ມີຄວາມສາມາດຮັບມືກັບບັນດາສິ່ງທ້າທາຍ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ຄົນງານ ແລະ ວິສະຫະກິດ. ພ້ອມກັນນັ້ນ ຄຳໝັ້ນສັນຍາເຊີດຊຸກການພົວພັນຄູ່ຮ່ວມມື ຢູ່ ອາຊີ - ປາຊີຟິກ ໂດຍອີງໃສ່ຄວາມເຊື່ອໝັ້ນ ແລະ ການເຄົາລົບເຊິ່ງກັນ ແລະກັນ, ການຮ່ວມມືກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ບັນດາການນຳ ກໍສົ່ງເສີມການເຂົ້າຮ່ວມຂອງບັນດາຝ່າຍກ່ຽວຂ້ອງເຂົ້າໃນການຮ່ວມມື APEC, ຈາກນັ້ນ ບັນດາຜົນງານຂອງການຮ່ວມມືສາມາດນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ ອາຊີ - ປາຊີຟີກ ຫລາຍກວ່າ.
ບັນດາການນຳ APEC ມີຄຳໝັ້ນສັນຍາ ຊຸກຍູ້ການຮ່ວມມື ແລະ ສົມທົບກັບບັນດາອົງການ, ເວທີປາໄສສາກົນ ແລະ ພາກພື້ນອື່ນ, ພ້ອມທັງເພີ່ມທະວີບົດບາດການນຳທົ່ວໂລກຂອງ APEC ໃນການແກ້ໄຂບັນດາສິ່ງທ້າທາຍເສດຖະກິດຮີບດ່ວນ.
ຖະແຫລງການ ດ່ານັ້ງ ເນັ້ນຫນັກບັນດາການນຳ APEC ຊົມເຊີຍເລື່ອງສ້າງຕັ້ງ ກຸ່ມວິໄສທັດ APEC ເພື່ອແນໃສ່ຫນູນຊ່ວຍບັນດາເຈົ້າຫນ້າທີ່ອະວຸໂສໃນການສ້າງວິໄສທັດປີ 2020, ໃນນັ້ນ ລວມມີການທາບທາມກັບບັນດາຝ່າຍກ່ຽວຂ້ອງ. ວິໄສທັດນີ້ ຈະເສີມຂະຫຍາຍບັນດາຜົນງານ ຊື່ງ APEC ບັນລຸໄດ້, ແກ້ໄຂບັນດາວຽກງານທີ່ຍັງບໍ່ທັນປະຕິບັດສຳເລັດ ແລະ ສຳຫລວດບັນດາຂົງເຂດຮ່ວມມືໃຫມ່ເພື່ອຍົກສູງປະສິດທິຜົນການຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ ແລະ ບັນຫາຮີບດ່ວນໃຫມ່ ແລະ ຫາກໍ່ເກີດຂຶ້ນ ຈະດຳເນີນໃນທົດສະວັດຈະມາເຖິງ.
(ແຫຼ່ງຄັດຈາກ VOV)