ຂ່າວສານ

ຖະແຫລງການຮ່ວມລະຫວ່າງ ອາເມລິກາ ແລະ ຫວຽດນາມ

      ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 11-12 ພະຈິກ ປີ 2017 ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ, ສອງຝ່າຍ ໄດ້ອອກຖະແຫລງການຮ່ວມ. ຖະແຫລງການຮ່ວມໄດ້ຊີ້ແຈ້ງວ່າ: ການນຳສອງປະເທດ ໄດ້ຢັ້ງຢືນຄືນເຈດຈຳນົງຮັກສາການພົບປະ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກເຈລະຈາທີ່ມີຢູ່ແລ້ວ, ລວມທັງການເຈລະຈາທາງຝ່າຍພັກ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ
ທີ່ການປະຊຸມຂ່າວຫລັງການເຈລະຈາ .ພາບ:vietnam+
      ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາຈະເປີດກວ້າງ ແລະ ເຮັດໃຫ້ການພົວພັນດ້ານການຄ້າ ແລະ ການລົງທຶນສອງຝ່າຍຜ່ານບັນດາກົນໄກຢ່າງເປັນທາງເລິກເຊິ່ງຂຶ້ນຕື່ມ, ລວມມີ ສັນຍາແມ່ກ່ຽວກັບດ້ານການຄ້າ ແລະ ການລົງທຶນ (TIFA). ການນຳສອງທ່ານຊົມເຊີຍເລື່ອງປະກາດບັນດາຂໍ້ຕົກລົງດ້ານການຄ້າໃຫມ່ ລວມມູນຄ່າກວ່າ 12 ຕື້ USD ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Donald Trump, ຊົມເຊີຍການພົວພັນສອງຝ່າຍນັບມື້ນັບໄດ້ຮັບການເພີ່ມທະວີໃນຂົງເຂດພະລັງງານ.
      ການນຳສອງທ່ານໄດ້ຢືນຢັນຄຳໝັ້ນສັນຍາລວມແມ່ນເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດເລິກເຊິ່ງຂຶ້ນຕື່ມ ແລະ ຄວາມຕັດສິນໃຈຮ່ວມເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມສະຫງົບປອດໄພໃນພາກພື້ນ. ທ່ານປະທານປະເທດເຈີນດ້າຍກວາງ ໄດ້ສະແດງຄວາມຂອບອົກຂອບໃຈລັດຖະບານ ອາເມລິກາ ທີ່ໄດ້ມອບໂອນກຳປັ່ນລາດຕະເວນ, ຊ່ວຍຍົກສູງກຳລັງຄວາມສາມາດຮັບປະກັນຄວາມປອດໄພການເດີນທະເລ ແລະ ການປະຕິບັດກົດໝາຍຂອງຫວຽດນາມ. ການນຳສອງທ່ານຢືນຢັນ ແຜນການດຳເນີນງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ໄລຍະ 2018-2020 ເພື່ອແນໃສ່ປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປີ 2 ຝ່າຍປີ 2011 ແລະ ຖະແຫລງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດປີ 2015. ການນຳສອງທ່ານຢືນຢັນຄືນຄວາມສຳຄັນຂອງເລື່ອງສືບຕໍ່ຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ການນຳສອງທ່ານ ຢືນຢັນ ສະຫນັບສະຫນູນການເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ.
      ການນຳສອງທ່ານໄດ້ປຶກສາຫາລື ແລະ ຊົມເຊີຍບັນດາຂໍ້ລິເລີ່ມ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມື ແລະ ພັດທະນາຢູ່ມະຫາສະມຸດອິນເດຍ - ປາຊີຟິກ. ສອງຝ່າຍຢັ້ງຢືນບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ ແລະ ມີຄຳໝັ້ນສັນຍາເຄົາລົບ  ແລະ ຫນູນຊ່ວຍຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງພາກພື້ນ. ສອງຝ່າຍມີຄຳໝັ້ນສັນຍາເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ ແລະ ອາຊຽນ ບົນພື້ນຖານບັນດາຫລັກການຊື່ງຍົກໃຫ້ເຫັນໃນຖະແຫລງການ Sunnylands 2016. ການນຳສອງທ່ານສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ບັນດາໂຄງການ ແລະ ເຫດທົດລອງນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງ ສປປ ເກົາຫລີ. ສອງຝ່າຍເລັ່ງລັດທຸກປະເທດ ປະຕິບັດບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ ແລະ ເຂັ້ມງວດ ແລະ ເຫັນດີເປັນເອກະສັນເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງຂຶ້ນຕື່ມເພື່ອຮັບປະກັນການປະຕິບັດບັນດາມະຕິດັ່ງກ່າວຢ່າງມີປະສິດທິຜົນ.
      ການນຳສອງທ່ານເນັ້ນຫນັກເຖິງຄວາມສຳຄັນຍຸດທະສາດຂອງສິດໄດ້ສຳຜັດຢ່າງເສລີ ແລະ ເປີດ ຢູ່ ເຂດທະເລຕາເວັນອອກສຳລັບປະຊາຄົມສາກົນ, ຄວາມສຳຄັນຂອງການຮັກສາດ້ານການຄ້າຖືກກັບກົດໝາຍບໍ່ຖືກກີດຂວາງ ແລະ ຄວາມຈຳເປັນຕ້ອງເຄົາລົບຄວາມເສລີໃນການເດີນທະເລ ການບິນ ແລະ ບັນດາຮູບການນຳໃຊ້ທະເລຖືກຕາມກົດໝາຍ. ສອງຝ່າຍຢືນຢັນຄືນຫລັກໝັ້ນກ່ຽວກັບທະເລຕາເວັນອອກຊື່ງໄດ້ຍົກອອກໃນຖະແຫລງການຮ່ວມ ຫວຽດນາມ - ອາເມລິກາ ແລະ ອາເມລິກາ - ອາຊຽນ ກ່ອນນີ້. ການນຳສອງທ່ານຮຽກຮ້ອງປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນໂດຍໄວ, ມີລັກສະນະຜູກຮັດດ້ານນິຕິກຳ. 
 (ແຫຼ່ງຄັດຈາກ VOV)

top