ຂ່າວສານ

ຖະຫວາຍທູບທຽນເປີດລະດູບານໃໝ່ຢູ່ພະລາຊະວັງ ທັງລອງ - ຮ່າໂນ້ຍ

ພິທີຖະຫວາຍທູບທຽນເປີດລະດູບານໃໝ່ໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍຫຼາຍພິທີກຳທີ່ເປັນມູນເຊື້ອ, ຄື: ພິທີແຫ່ວໍ, ຖະຫວາຍທູບທຽນ, ໄຫວ້ບູຊາ ແລະ ການເຄື່ອນໄຫວວັດທະນະທຳອື່ນໆອີກ.
  ພິທີຖະຫວາຍທູບທຽນເປີດລະດູບານໃໝ່ໄດ້ຈັດຂຶ້ນຢ່າງສົມກຽດ (ພາບ: tienphong.vn)  

ຕອນເຊົ້າວັນທີ 30 ມັງກອນ (ກົງກັບວັນທີ 09 ເດືອນຈ່ຽງ ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານພະລາຊະວັງ ທັງລອງ - ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ສົມທົບກັບສະມາຄົມມໍລະດົກວັດທະນະທຳ ທັງລອງ - ຮ່າໂນ້ຍ ຈັດພິທີຖະຫວາຍທູບທຽນເປີດລະດູບານໃໝ່, ອາໄລຫາເຈົ້າຊີວິດອົງກ່ອນ, ຜູ້ມີຄວາມເກັ່ງກ້າສາມາດມີຄຸນງາມຄວາມດີຕໍ່ປະເທດຊາດ.

ພິທີຖະຫວາຍທູບທຽນເປີດລະດູບານໃໝ່ໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍຫຼາຍພິທີກຳທີ່ເປັນມູນເຊື້ອ, ຄື: ພິທີແຫ່ວໍ, ຖະຫວາຍທູບທຽນ, ໄຫວ້ບູຊາ ແລະ ການເຄື່ອນໄຫວວັດທະນະທຳອື່ນໆອີກ. ເປີດສາກລາຍການແມ່ນການຟ້ອນສິງໂຕຂອງບັນດານັກສິລະປະບ້ານ ຈ່ຽວຄຸກ (ເມືອງ ແທັງຈີ, ຊານນະຄອນ ຮ່າໂນ້ຍ), ວາດພາບຮູບແບບລູກມັງກອນຫຼານເທວະດາ, ດ້ວຍຄວາມຫວັງຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຮຸ່ງເຮືອງເຫຼືອງເຫຼື້ອມ, ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ຍົກສູງຈິດໃຈມັກຮັກມວຍ ແລະ ມູນເຊື້ອກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງຊາດ. ຕໍ່ຈາກນັ້ນແມ່ນການສະແດງຕີກອງບຸນ ທັງລອງ ຂອງບັນດານັກສິລະປະບ້ານ ຮະອຽນກວຽດ (ເມືອງ ເກົ່າໄຢ, ຮ່າໂຮ້ຍ), ສະແດງໃຫ້ເຫັນພະລັງຈິດສະຫງ່າອົງອາດຂອງ ທັງລອງ - ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ.


top