ຂ່າວສານ

ຕໍ່ກຳລັງແຮງໃຫ້ແກ່ຊາວໜຸ່ມ ຫວຽດນາມ ກ້າວໄປ

ເວທີປາໄສດັ່ງກ່າວກໍ່ແມ່ນການເຄື່ອນໄຫວສ້າງຂີດໝາຍ 7 ປີແຫ່ງການຮ່ວມມືລະຫວ່າງສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ແລະ TCP ຫວຽດນາມ.
ທ່ານ ຫງວຽນກິມກຸຍ, ເລຂາທິການສູນກາງຄະນະຊາວໜຸ່ມ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ (ພາບ: VNA)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມ ຫວຽດນາມ (15 ຕຸລາ 1956 - 15 ຕຸລາ 2026), ໃນຕອນເຊົ້າວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ສົມທົບກັບກຸ່ມບໍ​ລິ​ສັດ TCP ຈັດເວທີປາໄສ​ເຊື່ອມ​ຕໍ່ “ຕໍ່​ກຳ​ລັງ​ແຮງ​ໃຫ້ແກ່ຊາວໜຸ່ມ ຫວຽດນາມ ກ້າວໄປ”.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໃສ, ທ່ານ ຫງວຽນກິມ​ກຸຍ, ເລຂາທິ​ການ​ສູນ​ກາງ​ຄະ​ນະຊາວໜຸ່ມ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ເນັ້ນໜັກວ່າ:

"ຂ້າພະເຈົ້າປ​າດ​ຖະ​ໜາ​ວ່າ ບັນ​ດາໄວໜຸ່ມຈະກ້າຫານແບ່ງປັນ​ບັນ​ດາ​ສິ່ງ​ທີ່​ຕົນ​ເອງ​ໄດ້​ຜ່ານ​ຜ່າ, ບັນ​ດາຄວາມຫຍຸ້ງຍາກທີ່ພວມປະເຊີນ​ໜ້າ ແລະ ລວ​ມ​ທັງຄວາມໄຝ່ຝັນ, ການຄາດ​ຄະ​ເນ​ຂອງ​ຕົນ​ໃນອະນາຄົດ. ບັນ​ດາສຽງ​ເວົ້າ​​ຢ່າງ​ຈິງ​ໃຈ​ນັ້ນ ​ຈະ​ຊ່ວຍ​ໃຫ້ອົງ​ການ ແລະ ວິ​ສາ​ຫະ​ກິດ​ມີ​ຄວາມເຂົ້າໃຈໄວໜຸ່ມ​ຫຼາຍກວ່າ, ​ຈາກນັ້ນ​ມີ​ບັນ​ດາ​ວິ​ທີ​ຮ່ວມ​ເດີນ​ທາງ​ທີ່​ແທດຈິງ, ຕິດ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຫຼາຍກວ່າ.”

ທີ່ເວທີປາໄສ, ​ບັນ​ດາຊາວໜຸ່ມທີ່​ດີເດັ່ນ​ພ້ອມ​ກັນແລກປ່ຽນ ກ່ຽວກັບ​ການ​ເດີນ​ທາງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ການ​ອອກ​ແຮງ​ງານ, ປະ​ດິດ​ຄິດ​ສ້າງ ແລະ ການ​ອຸ​ທິດ​ສ່ວນຂອງ​ຊາວ​ໜຸ່ມ. ເວທີປາໄສດັ່ງກ່າວກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ສ້າງ​ຂີດ​ໝາຍ 7 ປີແຫ່ງການ​ຮ່ວມ​ມືລະຫວ່າງສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ແລະ TCP ຫວຽດນາມ. ໃນໄລຍະ 7 ປີຜ່ານມາ, ບັນ​ດາ​ການ​ເຄື່ອນ​ໄຫວ​ໄດ້​ຫັນ​ເປັນ​ລະ​ອຽດຜ່ານ​ຫຼາຍ​ລາຍ​ການ​ທີ່​ແທດ​ຈິງ.


top