ກຳປັ່ນ 100% ມີເງື່ອນໄຂຄົບຖ້ວນເຄື່ອນໄຫວໄດ້ໝາຍເລກທະບຽນ ແລະ ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນທາງ.
ຄະນະປະຕິບັດງານຂອງການນຳແຂວງ ແທັງຮວາ ກວດກາການປະຕິບັດໜ້າທີ່ຮີບດ່ວນຈຳນວນໜຶ່ງໃນການຕ້ານການຂຸດຄົ້ນ IUU (ພາບ: baothanhhoa.vn)
ພາຍຫຼັງການຜັນຂະຫຍາຍຈຸດສຸມຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ແຂວງ ແທັງຮວາ ໄດ້ປະຕິບັດສຳເລັດການຈົດທະບຽນກຳປັ່ນຫາປາທີ່ມີລວງຍາວກວ່າ 6ມ ຂຶ້ນໄປ ຈຳນວນ 2.898 ລຳ, ອັບເດດຂໍ້ມູນຢ່າງຄົບຖ້ວນໃນລະບົບຮາກຖານຂໍ້ມູນ Vnfishbase; ກຳປັ່ນ 100% ມີເງື່ອນໄຂຄົບຖ້ວນເຄື່ອນໄຫວໄດ້ໝາຍເລກທະບຽນ ແລະ ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນທາງ.
ຄະນະປະຕິບັດງານຂອງການນຳແຂວງ ແທັງຮວາ ໂດຍທ່ານ ກາວວັນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແທັງຮວາ, ເປັນຫົວໜ້າຄະນະ, ຫາກໍ່ດຳເນີນການກວດກາການປະຕິບັດໜ້າທີ່ຮີບດ່ວນຈຳນວນໜຶ່ງໃນການຕ້ານການຂຸດຄົ້ນ IUU ຢູ່ທ່າກຳປັ່ນ ຫາຍເຈົາ (ເມືອງ ງອັກເຊີນ) ແລະ ທ່າກຳປັ່ນຫາປາ ແລັກບ້າງ (ຕາແສງ ຫາຍບິ່ງ). ຜ່ານການກວດກາ, ວຽກງານຄຸ້ມຄອງກຳປັ່ນຫາປາກໍ່ຄ່ອຍໆເປັນລະບຽບຮຽບຮ້ອຍ, ບໍ່ມີກຳປັ່ນລະເມີດເຂດນ່ານນ້ຳທະເລຕ່າງປະເທດ. ມາຮອດປະຈຸບັນ, ແທັງຮວາ ໄດ້ປະຕິບັດສຳລັດ 19/19 ໜ້າທີ່ທີ່ກ່ຽວຂ້ອງເຖິງວຽກງານຕ້ານການຂຸດຄົ້ນ IUU ເຊິ່ງລັດຖະບານມອບໃຫ້.