ຂ່າວສານ

ຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດໃນກາງເດືອນພະຈິກ

      ນະຄອນໂຮ່ຈິມິນກໍມີແຜນຮ່າງ“ຈັດຕັ້ງການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດ ໄປທ່ອງທ່ຽວນະຄອນໂຮຈິມິນທີ່ໃຊ້ໜັງສືຜ່ານແດນວັກຊິນ ໃນທ້າຍປີ 2021 ແລະ ປີ2022”. 
ແຂກທ່ອງທ່ຽວສ.ເກົາຫຼີ ມາທ່ອງທ່ຽວ ຫວຽດນາມ (ພາບ: truyenhinhdulich.vn)
      ລັດຖະບານ ຫວຽດນາມ ໄດ້ເຫັນດີກັບຂໍ້ສະເໜີຂອງ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ອະນຸຍາດໃຫ້ 5 ທ້ອງຖິ່ນ (ກ່ຽນຢ່າງ, ແຄງຮ່ວາ, ດາໜັງ, ກວາງນາມ, ກວາງນີງ) ທີ່ມີທ່າໄດ້ປຽບດ້ານສະໜາມບິນໄດ້ຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດ ໃນກາງເດືອນພະຈິກນີ້. ນີ້ແມ່ນສັນຍານທີ່ດີໃຫ້ແກ່ຂະແໜງການທ່ອງທ່ຽວ ພາຍຫຼັງໄລຍະຍາວທີ່ຖືກຜົນສະທອນຍ້ອນ ໂລກລະບາດ ໂຄວິດ-19.
      ນະຄອນໂຮ່ຈິມິນກໍມີແຜນຮ່າງ“ຈັດຕັ້ງການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດ ໄປທ່ອງທ່ຽວນະຄອນໂຮຈິມິນທີ່ໃຊ້ໜັງສືຜ່ານແດນວັກຊິນ ໃນທ້າຍປີ 2021 ແລະ ປີ2022”. ລະອຽດແມ່ນໃນເດືອນທັນວາປີນີ້, ນະຄອນໂຮ່ຈິມິນ ຈະສົ່ງເສີມການທ່ອງທ່ຽວສາກົນ, ແທນທີ່ໃຫ້ແຜນການທີ່ຄາດຄະເນໄວ້ແຕ່ກ່ອນແມ່ນໃນຕົ້ນປີ 2022. ບັນດາວິສາຫະກິດ ການທ່ອງທ່ຽວສະເໜີວ່າ ຕັ້ງແຕ່ຕອນນີ້, ຕ້ອງມີີຍຸດທະສາດໂຄສະນາເຜີຍແຜ່ຢ່າງກ້ວາງຂວງເພື່ອໃຫ້ບັນດາປະເທດໃນໂລກ ຮູ້ເຖິງການເປິດປະຕູຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດຂອງ ຫວຽດນາມ.  
 (ແຫຼ່ງຄັດຈາກ VOV)


top