ຂ່າວສານ

ຕ້ອນຮັບຄະນະນັກທ່ອງທ່ຽວທຳອິດມາທ່ຽວ ກວ໋າງບິ່ງ ຕາມຂັ້ນຕອນທ່ອງທ່ຽວຄົບວົງຈອນ, ທ່ອງທ່ຽວຂຽວ

      ກວ໋າງບິ່ງ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ການຮັບແຂກທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນໄຂ, ຂໍໍ້ກຳນົດຂອງກະຊວງສາທາລະນະສຸກ ແລະ ຂໍ້ກຳນົດຂອງລັດຖະບານ. ນັກທ່ອງທ່ຽວຕ້ອງສັກວັກຊິກກັນພະຍາດໂຄວິດ - 19 ຄົບ 2 ເຂັມ. ຕ້ອງໄດ້ກວດພະຍາດໂຄວິດ - 19 ກ່ອນທີ່ຈະຂຶ້ນຍົນ ແລະ ພາຍຫຼັງມາຮອດກໍຕ້ອງກວດຕື່ມອີກເທື່ອໜຶ່ງ.”
ຄະນະນັກທ່ອງທ່ຽວທຳອິດມາທ່ຽວ ກວ໋າງບິ່ງ ຕາມຂັ້ນຕອນທ່ອງທ່ຽວຄົບວົງຈອນ (ພາບ: ພະແນກທ່ອງທ່ຽວກວ໋າງບິ່ງ)
      ຕອນຄ່ຳວັນທີ 15 ຕຸລາ, ພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ໄດ້ຈັດພິທີຕ້ອນຮັບຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວຕາມຂັ້ນຕອນຄົບວົງຈອນ, ທ່ອງທ່ຽວຂຽວ.  ນີ້ແມ່ນຄະນະນັກທ່ອງທ່ຽວທີ່ມາແຂວງ ກວ໋າງບິ່ງ ຕາມລາຍການທົດລອງທ່ອງທ່ຽວແບບຄົບວົງຈອນ “ຄົ້ນຫາກວ໋າງບິ່ງ ໃນສະພາບປົກກະຕິໃໝ່”.
            ຄະນະນັກທ່ອງທ່ຽວມີ 6 ຄົນ, ເດີນທາງດ້ວຍສາຍການບິນ ຈາກນະຄອນ ໂຮ່ຈີມິນ ມາແຂວງ ກວ໋າງບິ່ງ.  ທ່ານ ຫງວຽນງອກກຸ໊ຍ ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງບິ່ງໃຫ້ຮູ້ວ່າ:
        “ກວ໋າງບິ່ງ ໄດ້ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ. ການຮັບແຂກທ່ອງທ່ຽວຕ້ອງປະຕິບັດຕາມເງື່ອນໄຂ, ຂໍໍ້ກຳນົດຂອງກະຊວງສາທາລະນະສຸກ ແລະ ຂໍ້ກຳນົດຂອງລັດຖະບານ. ນັກທ່ອງທ່ຽວຕ້ອງສັກວັກຊິກກັນພະຍາດໂຄວິດ - 19 ຄົບ 2 ເຂັມ. ຕ້ອງໄດ້ກວດພະຍາດໂຄວິດ - 19 ກ່ອນທີ່ຈະຂຶ້ນຍົນ ແລະ ພາຍຫຼັງມາຮອດກໍຕ້ອງກວດຕື່ມອີກເທື່ອໜຶ່ງ. ແຂກທ່ອງທ່ຽວກໍຮູ້ສຶກມ່ວນຊື່ນໃນການນຳໃຊ້ນະໂຍບາຍທີ່ປອດໄພນີ້.”
(ແຫຼ່ງຄັດຈາກ VOV)


top