ຂ່າວສານ

ຕ້ອງເປັນເຈົ້າການສະໜອງຂໍ້ມູນຂ່າວສານເພື່ອກຳນົດທິດຫາງສຽງ

      ຕອນບ່າຍວັນທີ 3 ມັງກອນ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມ ລາຍງານໝາກຜົນການເຄື່ອນໄຫວຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໃນປີ 2017.

ທ່ານ ເຈີນແທງເມີ້ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
      ຕອນບ່າຍວັນທີ 3 ມັງກອນ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດກອງປະຊຸມ ລາຍງານໝາກຜົນການເຄື່ອນໄຫວຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໃນປີ 2017 ແລະ  ຮ່າງໂຄງການສົມທົບການເຄື່ອນໄຫວໃນປີ 2018. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເຈີນແທງເມີ້ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນໜັກວ່າ : ປີ 2018 ແມ່ນປີທຳອິດແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກນະໂຍບາຍພິເສດໃຫ້ແກ່ນະຄອນໂຮ່ຈິມິນ, ແມ່ນປີທຳອິດໃນການປະຕິບັດແຜນການສ້າງນະຄອນໃຫ້ກາຍເປັນເຂດຕົວເມືອງສະຫຼາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນສືບຕໍ່ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ອຳນາດການປົກຄອງ, ປະຕິບັດໜ້າທີ່ຮວມຮ່ວມຄຳເຫັນ, ຄວາມມຸ່ງຫວັງ ແລະ ການປະກອບສ່ວນຂອງປະຊາຊົນໃນການສ້າງ ແລະ ພັດທະນານະຄອນ. 
 (ແຫຼ່ງຄັດຈາກ VOV)

top