ຂ່າວສານ

ຕ້ອງພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຢ່າງໄວ ແລະ ຍືນຍົງ

ທີ່ກອງປະຊຸມ, ຜູ້ຕາງໜ້າທ້ອງຖິ່ນຕ່າງໆຄື: ບັກຢາງ, ບັກກ້ານ, ລ້າງເຊີນ, ຮ່າຢາງ, ກາວບັ່ງ, ຟູເທາະ… ໄດ້ສະເໜີວ່າ ການພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຕ້ອງໄວ ແລະ ຍືນຍົງ.
ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອງ, ເປັນປະທານກອງປະຊຸມ. (ພາບ: laocai.gov.vn)

ຕອນບ່າຍວັນທີ 16 ພະຈິກ, ຢູ່ນະຄອນ ລາວກາຍ, ແຂວງ ລາວກາຍ, ຄະນະເສດຖະກິດສູນກາງພັກໄດ້ຈັດກອງປະຊຸມແບບກາງໄກກັບ 16 ແຂວງຢູ່ລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ເພື່ອແນໃສ່ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບມະຕິເລກທີ 37 ຂອງກົມການເມືອງ ຊຸດທີ IX ກ່ຽວກັບ “ການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບເຂດດັ່ງກ່າວຮອດປີ 2020”. ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອງ, ເປັນປະທານກອງປະຊຸມ.

        ທີ່ກອງປະຊຸມ, ຜູ້ຕາງໜ້າທ້ອງຖິ່ນຕ່າງໆຄື: ບັກຢາງ, ບັກກ້ານ, ລ້າງເຊີນ, ຮ່າຢາງ, ກາວບັ່ງ, ຟູເທາະ… ໄດ້ສະເໜີວ່າ ການພັດທະນາເສດຖະກິດລະຫວ່າງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ຕ້ອງໄວ ແລະ ຍືນຍົງ. ຜູ້ຕາງໜ້າທ້ອງຖິ່ນຕ່າງໆກໍ່ສະເໜີໃຫ້ເອົາໃຈໃສ່ການພັດທະນາເສດຖະກິດ ແຕ່ກໍ່ຕ້ອງຮັບປະກັນການອະນຸລັກຮັກສາບັນດາຄຸນຄ່າສີສັນວັດທະນະທຳທ້ອງຖິ່ນ; ຊຸມໃສ່ຍູ້ແຮງການຮ່ວມສຳພັນເຂດ ຕິດພັນກັບວຽກງານບຳລຸງສ້າງວິຊາຊີບ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຢູ່ເຂດພູສູງ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ…

        ພາຍຫຼັງ 17 ປີແຫ່ງການປະຕິບັດມະຕິ, ມີທ່າແຮງຫຼາຍຢ່າງໃນບັນດາຂະແໜງການ, ຂົງເຂດໄດ້ຮັບການເສີມຂະຫຍາຍ; ສີສັນວັດທະນະທຳບັນດາເຜົ່າໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ; ຊີວິດການເປັນຢູ່ຂອງປະຊາຊົນໃນເຂດໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)


top