ຂ່າວສານ

ຕ້ອງດຳເນີນບັນດາການເຈລະຈາເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ

      ອາຊຽນ ແລະ ບັນດາປະເທດສະມາຊິກໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອຫຼຸດຜ່ອນບັນຫາກ່ຽວກັບມະນຸດສະທຳ, ຢຸດຕິການໃຊ້ຄວາມຮຸນແຮງຢູ່ ມຽນມາ
ທີ່ກອງປະຊຸມ
(ພາບ: TTXVN)
      ວັນທີ 17 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມລັບເພື່ອຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ມຽນມາ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ມຽນມາ, ພິເສດແມ່ນບັນດາການປະທະກັນໂດຍໃຊ້ຄວາມຮຸນແຮງລະຫວ່າງຝ່າຍຕ່າງໆ, ເລື່ອງທຳລາຍບັນດາຫ້ອງການ ແລະ ຮາກຖານພົນລະເຮືອນ ແລະ ການແຜ່ລະບາດຂອງໂລກລະບາດໂຄວິດ-19 ຮອບທີ 3. ທ່ານເອກອັກຄະລັດຖະທູດເນັ້ນໜັກເຖິງສະພາບການຢູ່ ມຽນມາ ຕ້ອງການມີຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມກໍ່ສ້າງຈາກທຸກຝ່າຍທີ່ກ່ຽວຂ້ອງຂອງມຽນມາ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໃຫ້ຮູ້ວ່າ, ອາຊຽນ ແລະ ບັນດາປະເທດສະມາຊິກໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອຫຼຸດຜ່ອນບັນຫາກ່ຽວກັບມະນຸດສະທຳ, ຢຸດຕິການໃຊ້ຄວາມຮຸນແຮງຢູ່ ມຽນມາ ແລະ ຕັ້ງໜ້າໜູນຊ່ວຍ ມຽນມາ ໃຫ້ມີສັນຕິພາບ ແລະ ມີລັກສະນະສ້າງສັນ. ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະຊາຄົມສາກົນ ຈົ່ງສືບຕໍ່ໜູນຊ່ວຍຢ່າງແທດຈິງໃຫ້ແກ່ບັນດາຄວາມມານະພະຍາຍາມຂອງອາຊຽນ ໃນໄລຍະຫຍຸ້ງຍາກນີ້, ໜູນຊ່ວຍດ້ານການແພດ ແລະ ຊ່ວຍເຫຼືອວັກຊິນ…
(ແຫຼ່ງຄັດຈາກ VOV)


top