ເສດຖະກິດ

ຕ່ອງໂສ້ການຜະລິດ ແລະ ຈໍາໜ່າຍ ຜະລິດຕະພັນກະສິກຳ ຢູ່ ຮ່າໂນ້ຍ

ຈາກຄວາມມານະພະຍາຍາມ ກໍ່ຄືບັນດາວິທີແກ້ໄຂຢ່າງຄົບຊຸດ ຂອງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ, ຕ່ອງໂສ້ ການຜະລິດ ແລະ ຈໍາໜ່າຍ ຜະລິດຕະພັນກະສິກຳ ປອດສານ ພິດ ຢູ່ ຮ່າໂນ້ຍ ເປັນແຮງຈູງໃຈ ໃນການຟື້ນຟູ ແລະ ສົ່ງເສີມ ຕໍ່ ການຂະຫຍາຍຕົວ ຂອງ ຂະແໜງກະສິກຳ ຢູ່ ນະຄອນຫຼວງ. 
ເຖິງວ່າ ການລະບາດ ໂຄວິດ-19 ໄດ້ສົ່ງຜົນກະທົບ ຢ່າງໜັກໜ່ວງ ໃຫ້ແກ່ ການຜະລິດ, ກໍ່ຄືການຈໍາໜ່າຍ ຜະລິດຕະພັນ ກະສິກຳ ໃນໄລຍະຜ່ານມາ ຢູ່ນະຄອນ ຮ່າໂນ້ຍ, ຕ່ອງໂສ້ ການ ຜະລິດ ແລະ ຈຳໜ່າຍຜະລິດຕະພັນກະສິກຳ ຍັງມີການເຄື່ອນ ໄຫວ ເປັນປົກກະຕິ. ທ່ານ ຫວູວັນກີ່, ຜູ້ອຳນວຍການ ສະຫະ ກອນ ບໍລິການກະສິກຳ ດົ່ງກາວ, ຕາແສງ ຈາງວຽດ, ເມືອງ ເມລິງ, ຮ່າໂນ້ຍ ໃຫ້ຮູ້ວ່າ ໄລຍະຜ່ານມາ, ສະຫະກອນ ຍັງຮັກສາ ການຜະລິດ ຜະລິດຕະພັນ ກະສິກຳ ເປັນປົກກະຕິ, ປະຈຸບັນ, ຊາວກະສິກອນ ພວມຍູ້ການຜະລິດ ເພື່ອຕອບສະໜອງຄວາມ ຕ້ອງການ ຂອງຕະຫຼາດ.

ທ່ານນາງ ຫງວຽນທິລານ, ຜູ້ອຳນວຍການ ບໍລິສັດຫຸ້ນສ່ວນ ການຄ້າ ລານວິນ, ເມືອງ ຢາເລີມ, ຮ່າໂນ້ຍ ກ່າວວ່າ ປະຈຸບັນ, ເມື່ອການລະບາດ ໂຄວິດ-19 ຖືກຄວບຄຸມ, ລະບົບ ສະບຽງ ອາຫານ ລານວິນ ຂອງບໍລິສັດ ພວມຍູ້ແຮງ ການເຊື່ອມຕໍ່ ກັບ ບັນດານິຍົມລ້ຽງສັດ ເພື່ອສະໜອງໄກ່ ແຕ່ 4.000-6.000 ໂຕ ຕໍ່ມື້ ໃຫ້ແກ່ ບັນດາຫົວໜ່ວຍ ທີ່ໄດ້ເຊັນສັນຍາ ຮ່ວມມື. ການຜະ ລິດ ແບບຕ່ອງໂສ້ ບໍ່ພຽງແຕ່ ຊ່ວຍຄວບຄຸມພະຍາດ, ຕົ້ນກຳ ເນີດ, ແຕ່ຍັງ ຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີ ຄວາມອຸ່ນໃຈ ຕໍ່ການຈຳໜ່າຍ ກໍ່ຄືລາຄາ ຂອງ ຜະລິດຕະພັນ ອີກດ້ວຍ.

ການຜະລິດແບບຕ່ອງໂສ້ ເປັນວິທີແກ້ໄຂ ທີ່ດີທີສຸດ ໃນສະພາບ ປະຈຸບັນ, ທ່ານ ຕ້າວັນເຕື່ອງ, ຮອງຜູ້ອຳນວຍການພະແນກ ກະສິກຳ ແລະ ພັດທະນາຊົນນະບາດ ໃຫ້ຮູ້ວ່າ: “ຈາກສະພາບ ຕົວຈິງ ໄດ້ສະແດງໃຫ້ເຫັນວ່າ ເມື່ອການລະບາດ ໂຄວິດ-19 ຜັນແປໄປຢ່າງສັບສົນ, ລາຄາຊີ້ນ ແລະ ຜັກ ທີ່ຂາຍຢູ່ຕະຫຼາດ ມີການເໜັງຕີງ ຂຶ້ນ-ລົງ ແບບຜິດປົກກະຕິ, ບາງເທື່ອພໍ່ຄ້າ ສວຍໂອກາດ ຂອງ ໂລກລະບາດ ເພື່ອເຮັດໃຫ້ ລາຄາສິນຄ້າ ແພງຂຶ້ນ, ແຕ່ບັນດາຕ່ອງໂສ້ ດັ່ງກ່າວ ເຂົາເຈົ້າຍັງຂາຍ ໃນ ລາຄາ ທີ່ໝັ້ນຄົງ, ຕາມສັນຍາທີ່ໄດ້ລົງນາມ...”.

ເຖິງເດືອນ ພຶດສະພາ 2020, ເນື້ອທີ່ຜະລິດຜັກປອດສານ ພິດຂອງ ຮ່າໂນ້ຍ ບັນລຸໄດ້ກວ່າ 16.000 ເຮັກຕາ, ມີ 151 ເຂດຜະລິດຜັກປອດສານພິດ ຢູ່ບັນດາເມືອງ ນອກນະ ຄອນ. ພາບ: ເຕິດເຊີນ/VNP


ຕົວແບບປູກສົ້ມໂອ ຢູ່ຕາແສງ ນາມເຟືອງຕຽນ, ເມືອງ ເຈືອງໝີ໋, ຮ່າໂນ້ຍ. ປະເພດສົ້ມໂອ ດັ່ງກ່າວ ໄດ້ປູກ ຕາມ ມາດຕະຖານ Vietgap-ຜະລິດຕະພັນດີເດັ່ນ OCOP ໜຶ່ງ ຂອງກະສິກຳ ຮ່າໂນ້ຍ. ພາບ: ຫວຽດເກື່ອງ/ VNP


ຟາມລ້ຽງງົວ ຕາມທິດ “ສັງລວມລະຫວ່າງນໍ້ານົມ ກັບ ຊີ້ນ” ທີ່ຕາແສງ ເຢຶອງຮ່າ, ເມືອງ ຢາເລີມ, ຮ່າໂນ້ຍ. ພາບ: ດົງແບກ


ຮ່າໂນ້ຍ ສໍາເລັດການສ້າງເຄື່ອງໝາຍການຄ້າ ລວມໝູ່ “ໄກ່ ເມ໊ຍ ເຊີນໄຕ”, “ໄກ່ ໂດ່ຍ ບາວີ່” ແລະ “ໄກ່ ໂດ່ຍ ຊອກ ເຊີນ”. ນອກນັ້ນຍັງສ້າງ 21 ຕ່ອງໂສ້ ລ້ຽງ ແລະ ຈຳໜ່າຍຜະ ລິດຕະພັນ. ພາບ: VNP


ຕົວແບບປູກຜັກປອດສານພິດທີ່ເມືອງ ເທື່ອງຕິນ, ຮ່າ ໂນ້ຍ. ພາບ: VNP


ຂັ້ນຕອນການປຸງແຕ່ງຜະລິດຕະພັນ ທີ່ນິຄົມປູກ ເຫັດ ຂອງ ບໍລິສັດ ນຳເຂົ້າ-ສົ່ງອອກ Kinoko ແທງກາວ ຈໍາກັດ
ທີ່ຕາແສງ ດົກກິງ, ເມືອງ ໝີ່ດຶກ, ຮ່າໂນ້ຍ. ພາບ: VNP



ຜະລິດຕະພັນໝາກແຕງຫອມ ຂອງ ສະຫະກອນ ຜະລິດ ບໍລິການ ກະສິກຳ ດົ່ງຊວນ, ເມືອງ ຊອກເຊີນ, ຮ່າໂນ້ຍ ໄດ້ ຮັບການຢັ້ງຢືນຈາກພະແນກຄວາມປອດໄພ ດ້ານສະບຽງ ອາຫານ. ພາບ: VNP


ກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ພ້ອມກັບ ຮ້ານຊັບພະສິນຄ້າ Big C ຈັດງານວາງສະແດງບັນດາຜະ ລິດຕະພັນ OCOP ມີ 95 ຮ້ານເຂົ້າຮ່ວມວາງສະແດງ ແລະ ແນະນຳຜະລິດຕະພັນດີເດ່ັນຂອງພາກເໜືອ. ພາບ: VNP

ຕາມຂໍ້ມູນ ຂອງ ພະແນກກະສິກຳ ແລະ ພັດທະນາຊົນນະບົດ, ປະຈຸບັນ ທົ່ວນະຄອນ ຮ່າໂນ້ຍ ມີ 138 ຕ່ອງໂສ້ ການຜະລິດ ໄປຈົນເຖິງ ການຈຳໜ່າຍ ຜະລິດຕະພັນກະສິກຳ, ຈຳໜ່າຍ ໃນຮ້ານຊັບພະສິນຄ້າ 110 ແຫ່ງ, ຮ້ານຄ້າທົ່ວໄປ 1.400 ຮ້ານ, ຮ້ານຂາຍເຄື່ອງກະສິກຳ, ເຄື່ອງປ່າ ແລະ ເຄື່ອງ ທະເລ 300 ຮ້ານ. ແຕ່ລະມື້, ຕ່ອງໂສ້ ດັ່ງກ່າວໄດ້ສະໜອງ ໃຫ້ແກ່ ຕະຫຼາດ ຮ່າໂນ້ຍ ຊີ້ນໝູ ກວ່າ 60 ໂຕນ, ຊີ້ນງົວ 2 ໂຕນ, ສັດປີກ 36 ໂຕນ, ໄຂ່ 300.000 ໜ່ວຍ, ຊີ້ນປຸງແຕ່ງ 40 ໂຕນ, ນໍ້ານົມສົດ 80 ໂຕນ ແລະ ຜັກປອດສານພິດ ເກືອບ 100 ໂຕນ. ປະຈຸບັນ, ເມື່ອບັນດາຮ້ານອາຫານ, ເຮືອນຄົວລວມ ໄດ້ເປີດການ ເຄື່ອນໄຫວ, ບັນດາຕ່ອງໂສ້ ດັ່ງກ່າວ ຕ້ອງເພີ່ມການຜະລິດ ເພື່ອ ຕອບສະໜອງ ໃຫ້ແກ່ບັນດາໃບສັ່ງຊື້ສິນຄ້າ ທີ່ໄດ້ ລົງນາມ.

ຄຽງຄູ່ກັບ ບັນດາມາດຕະການ ຊ່ວຍເຫຼືອ ຂອງນະຄອນ ຮ່າ ໂນ້ຍ, ບັນດາທ້ອງຖິ່ນ ກໍ່ຕ້ອງ ເປັນເຈົ້າການ ພັດທະນາຕ່ອງໂສ້ ການຜະລິດຕະພັນ ທີ່ເປັນທ່າແຮງ, ພິເສດ ແມ່ນບັນດາຜະ ລິດຕະພັນ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP). ກ່ຽວກັບ ບັນຫາດັ່ງກ່າວ, ທ່ານ ຫງວຽນຊວນລິນ, ຮອງປະທານ ຄະນະ ກຳມະການປະຊາຊົນ ເມືອງ ດົງແອັງ ໃຫ້ຮູ້ວ່າ: ປີ 2020, ເມືອງ ດົງແອັງ ສູ້ຊົນໃຫ້ມີ 40-45 ຜະລິດຕະພັນ ທີ່ນະຄອນ ຕີລາຄາ ສູງ ແລະ ຮັບຮອງເປັນຜະລິດຕະພັນ OCOP ແຕ່ 3-4 ດາວ. ເພື່ອສ້າງຕ່ອງໂສ້ ຈາກບັນດາປະເພດສິນຄ້າທີ່ ເປັນທ່າແຮງ ດັ່ງກ່າວ, ທາງເມືອງ ໄດ້ສ້າງ website ແລະ ຕິດ QRcode ໃຫ້ແກ່ ຜະລິດຕະພັນ ເກືອບ 600 ປະເພດ, ພື້ນຖານ ການຜະລິດ, ພື້ນຖານ ເຮັດທຸລະກິດ, ສະຖານທີ່ປຸງແຕ່ງ ຜະລິດຕະພັນ 70 ແຫ່ງ. ນີ້ແມ່ນ ພື້ນຖານ ເພື່ອໃຫ້ ເມືອງ ຈຳ ແນກປະເພດສິນຄ້າ ກໍ່ຄືຊ່ວຍເຫຼືອໃນການ ໂຄສະນາຜະລິດ ຕະພັນ, ສ້າງລະບົບຈຳໜ່າຍ, ຍູ້ແຮງການນຳໃຊ້ ເຕັກໂນໂລຊີ 4.0 ໃນຕ່ອງໂສ້ການຜະລິດ ແລະ ຈຳໜ່າຍຜະລິດຕະພັນ. 
 
ບົດ: ຟອງທູ - ພາບ: VNP

top