ສິລະປະ

ຕຸກກະຕາໄມ້

ບັນດາຕຸກກະຕາໄມ້ຂອງນັກແຕ້ມໜຸ່ມ ເຈິ່ນຖູຮັ່ງ ຄືອີກໂລກໜຶ່ງທີ່ເວົ້າເຖິງຊີວິດວັດທະນະທຳ ຂອງຊາວຫວຽດນາມ. ໃນນັ້ນມີເລື່ອງເລົ່າກ່ຽວກັບຊີວິດປະຈຳວັນ ແລະ ໂລກແຫ່ງຄວາມ ມະຫັດສະຈັນຂອງນິທານ.

 

 
ມີຫຼາຍປະເທດໃນໂລກ, ສິລະປະກຳເຮັດຕຸກ ກະຕາໄມ້ອາດຈະບໍ່ແມ່ນເລື່ອງໃໝ່ທີ່ແປກປະຫຼາດ. ຕົວຢ່າງຊາວຣັດເຊຍມີຊື່ສຽງດ້ວຍຕຸກກະຕາ Matryoshka, ຊາວຍີ່ປຸ່ນຮູ້ສຶກພາກພູມໃຈຜ່ານຕຸກກະຕາ Kokeshi, ຊາວອິນເດຍມີຕຸກກະຕາ Hopi Kachina, ຊາວການາມີ ຕຸກກະຕາ Akuaba, ຊາວໂຮນລັງມີຕຸກກະຕາ Peg Wooden... 

ນັກແຕ້ມໜຸ່ມ ເຈິ່ນທຖູຮັ່ງ
 
ສ່ວນຢູ່ຫວຽດນາມ, ໃນຊຸມປີຫຼັງໆ ມານີ້, ສິລະປະກຳການເຮັດຕຸກກະຕາໄມ້ໄດ້ເລີ່ມພັດທະນາ ແລະ ສ່ວນຫຼາຍແມ່ນຮຽນຕາມແບບວິທີເຮັດ ຕຸກກະຕາໄມ້ຂອງຊາວຍີ່ປຸ່ນ. ເມື່ອບໍ່ດົນມານີ້, ທີ່ສູນແລກປ່ຽນສິລະປະວັດທະນະທຳຍີ່ປຸ່ນຢູ່ຮ່າໂນ້ຍ, ເປັນເທື່ອທຳອິດງານວາງສະແດງ ສິລະປະກຳຕຸກກະຕາໄມ້ໂດຍນັກແຕ້ມ ເຈິ່ນຖູຮັ່ງ (ເກີດປີ 1984) ໄດ້ຈັດຂຶ້ນ ແລະ ດຶງດູດຄວາມສົນໃຈເປັນພິເສດຈາກຜູ້ເຂົ້າຊົມ ຢ່າງຫຼວງຫຼາຍ. ໃນໂລກຕຸກກະຕາໄມ້ຂອງ ເຈິ່ນຖູຮັ່ງ, ຜູ້ເຂົ້າຊົມໄດ້ສຳນຶກພາບຕອນຍັງໜຸ່ມນ້ອຍຂອງຕົນຜ່ານບັນດາຜະລິດຕະພັນ ຕຸກກະຕາໄມ້ທີ່ໜ້າຮັກໜ້າຊັງຄື: “ເດັກຊາຍ”, “ໃນໄວເດັກ”, “ແມ່ບໍ່ຢູ່”, “ເກັບດາວຢູ່ເທິງຫຼັງຄາເຮືອນ”, “ຫຼັບໃນ”, “ຫ້ອງຮຽນ”, “ນ້ອງປາເອີຍ! ໄປນອນສາ”. ເຈິ່ນຖູຮັ່ງ ໄດ້ກ່າວວ່າ “ເດັກນ້ອຍເປັນຫົວຂໍ້ທີ່ບໍ່ມີມື້ສິ້ນສຸດ, ພວກເຂົາເປັນຄົນທ່ີສົດໃສ, ລ່າເລີງ. ສິ່ງດັ່ງກ່າວໄດ້ສ້າງແຮງບັນດານໃຈໃນບັນດາບົດປະພັນຂອງຂ້ອຍ”.

ບົດປະພັນ “ງານແຕ່ງດອງຫວຽດ”

ບົດປະພັນ “ເດັກຊາຍ”

ບົດປະພັນເກັບດາວຢູ່ເທິງຫຼັງຄາເຮືອນ

ບົດປະພັນ “ພາເຂົ້າ”

ບົດປະພັນ “ ນີ້! ບໍ່ເບິ່ງ”

ບົດປະພັນ “ ຮອດມື້ຕະຫຼາດນັດ”
 
ຮັ່ງ ຍັງໃຫ້ຮູ້ຕື່ມອີກວ່າ ຕຸກກະຕາສິລະປະກຳຕ່າງກັບຕຸກກະຕາທ່ີເປັນເຄື່ອງຫຼິ້ນຕ່າງໆ ຢູ່ບ່ອນວ່າ ບໍ່ແມ່ນຈະຜະລິດພາບດຽວໄດ້, ມັນຕ້ອງເຮັດ ດ້ວຍສີມືລ້ວນໆ, ສະນັ້ນ ຕຸກກະຕາແຕ່ລະຕົວ ຈິ່ງຄືມີຊີວິດຊີວາຝັງຢູ່ດ້ານໃນໂດຍສະເພາະ. ຍ້ອນແນວນັ້ນມັນຈິ່ງມີຄວາມດຶງດູດໃຈເປັນພິເສດ ສຳລັບຜູ້ເຂົ້າຊົມ.
ນອກຈາກບັນດາຫົວຂໍ້ກ່ຽວກັບເດັກນ້ອຍແລ້ວ ເຈິ່ນຖູຮັ່ງ ຍັງຜະລິດຊຸດຕຸກກະຕາສິລະປະກຳກ່ຽວກັບຊີວິດປະຈຳວັນ ຫຼື ອອກແບບຕາມເລື່ອງເລົ່າ ກ່ຽວກັບປະຫວັດສາດຂອງຊາວຫວຽດນາມ. ຕົວຢ່າງ: “ຮອດມື້ຕະຫຼາດນັດ”, “ງານແຕ່ງດອງຫວຽດ”, “ພາເຂົ້າ”…ຜູ້ຊົມສາມາດຊອກເຫັນ ໂລກແຫ່ງລັກສະນະຂອງອາຊີຕາເວັນອອກທີ່ເຕັມໄປດ້ວຍຄວາມເຊື່ອຖື, ຄວາມສຸກໃນບັນດາຕຸກກະຕາໄມ້ທີ່ໜ້າຮັກຂອງນັກແຕ້ມ ເຈິ່ນຖູຮັ່ງ.
                                                                                                     ບົດ: ຫວິງຮຶງ-ພາບ: ເຕິດເຊີນ

top