ວິຖີຊີວິດ ຂອງ ຄົນ ຫວຽດ

ຕື້ນຕັນໃຈ ຄວາມຮັກ ຂອງ ແມ່ ທີ່ມີຕໍ່ລູກ

ນາງ ຫງວຽນທິລຽນ ເປັນມະເຮັງເຕົ້ານົມ ໄລຍະສຸດທ້າຍ ໄດ້ຖືພາ ແລະ ໃຫ້ກຳເນີດລູກນ້ອຍ ໂດ໊ບິ່ງອານ ປະສົບຜົນສຳເລັດ, ໄດ້ກາຍເປັນສິ່ງປະຕິຫານ ວ່າດ້ວຍ ຄວາມຮັກຂອງແມ່ທີ່ມີຕໍ່ລູກ. ຫຼັງຈາກເກີດລູກ, ນາງ ລຽນ ຕ້ອງຢູ່ໂຮງໝໍ  K ເພື່ອການປິ່ນປົວພະ ຍາດ, ສ່ວນລູກຊາຍຂອງ ນາງ ໄດ້ສົ່ງໄປຍັງໂຮງໝໍເດັກສູນກາງ ເພື່ອການຕິດຕາມ. ຫຼັງການຄອດລູກ ເປັນເວລາ 20 ວັນ, ນາງ ລຽນ ໄດ້ໄປຍັງ ໂຮງໝໍເດັກສູນກາງ ເພື່ອຢ້ຽມຢາມລູກ ໄດ້ເຮັດໃຫ້ ທ່ານໝໍ ນາຍແພດ ຫຼາຍຄົນ ເຫັນ ກັບຕາໃນມື້ນັ້ນ ຕ່າງກໍຕ້ອງຮູ້ ສຶກຕື້ນຕັນໃຈ. 
ດຣ ເຈິ່ນວັນຖ໋ວນ, ຜູ້ອຳນວຍການໂຮງໝໍ K ໃຫ້ຮູ້ວ່າ: ກໍລະນີ ນາງ ລຽນ ຄອດລູກ ແລະ ໄດ້ພົບກັບລູກ ແມ່ນສິ່ງປະຕິຫານ ຢ່າງ ແທ້ຈິງ ຍ້ອນໃນມື້ທຳອິດຫຼັງການຜ່າຕັດ, ນາງ ລຽນ ມີສຸຂະພາບ ອ່ອນແອຫຼາຍ, ບາງມື້ຍັງຢູ່ໃນ ສະພາບໝົດສະຕິ, ບັນດາ ທ່ານໝໍ ເຄີຍຄາດວ່າ ນາງ ອາດບໍ່ມີໂອກາດ ພົບໜ້າລູກຊາຍ. ແຕ່ວ່າ ວັນແຫ່ງຄວາມຫວັງນັ້ນໄດ້ມາເຖິງ ເໝືອນດັ່ງໃນຄວາມຝັນ.
 
ດຣ ເຈິ່ນວັນຖ໋ວນ, ຜູ້ອຳນວຍການໂຮງໝໍ K ເປັນຜູ້ກວດພະຍາດ ໂດຍກົງ ໃຫ້ແກ່ນາງ ຫງວຽນທິລຽນ
ກ່ອນສົ່ງນາງ ຂຶ້ນລົດໄປຍັງໂຮງໝໍເດັກສູນກາງ. ພາບ: ກົງດາດ

 
ເພື່ອໃຫ້ນາງ ລຽນ ສາມາດໄປຍັງໂຮງໝໍເດັກສູນກາງ ໃນເວລາ 9ໂມງເຊົ້າ, ກຸ່ມທ່ານໝໍ ນາຍແພດທຸກຄົນ ທີ່ຮັບຜິດຊອບ ການປິ່ນ ປົວພະຍາດ ໃຫ້ນາງ ລຽນ
ດ້ເຕົ້າໂຮມກັນແຕ່ເຊົ້າໆ ເພື່ອປຶກສາຫາລື ບົ່ງມະຕິພະຍາດ ແລະ ກະກຽມ ໃຫ້ການໄປ ຢ້ຽມຢາມລູກ
ຂອງ ນາງ ລຽນ ດ້ວຍຄວາມຕື່ນເຕັ້ນ. ພາບ: ກົງດາດ

ດຣ ເຈິ່ນວັນຖ໋ວນ, ຜູ້ອຳນວຍການ ໂຮງໝໍ K ນັ່ງເທິງລົດ ສຸກເສີນ ນຳ ນາງ ລຽນ ໄປຍັງໂຮງໝໍເດັກສູນກາງ. ພາບ: ກົງດາດ
 
ນາງ ລຽນ ໄດ້ນາຍແພດ ຄ່ອຍຊ່ວຍ ຂຶ້ນລົດເຂັນ ຢູ່ໂຮງໝໍ ເດັກ ສູນກາງ. ພາບ: ກົງດາດ

ບັນຍາກາດ ໃນຫ້ອງເດັກແດງ ຂອງໂຮງໝໍເດັກສູນກາງ ໃນຕອນ ເຊົ້າມື້ນັ້ນ ເຮັດໃຫ້ ໃຜພົບເຫັນ ກໍຕ້ອງ ມີຄວາມຮູ້ສຶກຕື້ນຕັນໃຈ. ຜູ້ເປັນແມ່ ສຸຂະພາບອ່ອນແອ, ຢືນຍັງສັ່ນເຊັນ ກັບ ຫົວທ່ີບໍ່ມີຜົມ ໄດ້ໂອບກອດລູກນ້ອຍເຂົ້າໃນຊ່ວງເອິກ. ເບິ່ງລູກ ກະດຸກກະດິກ ໃນວົງແຂນ, ໄຫ້ແງໆ, ນາງ ກໍເປັ່ງສຽງໄຫ້ຕາມ ເພື່ອຄວາມສຸກ ແລະ ເພື່ອຄວາມປາດຖະໜາຢາກອຸ້ມລູກ ໄດ້ປະກົດຜົນເປັນຈິງ. 

ທ່ານໝໍ ໂຮງໝໍເດັກສູນກາງ ມອບລູກໃຫ້ແກ່ນາງ ລຽນ. ພາບ: ກົງດາດ
 
ນີ້ແມ່ນຄັ້ງທຳອິດ ນາງ ລຽນ ໄດ້ອຸ້ມລູກໃນອ້ອມກອດ. ສຸຂະພາບ ຂອງ ຫຼານ ບິ່ງອານ ມີການດີຂຶ້ນເປັນລຳດັບ, ນຳ້ໜັກຂອງ ຫຼານ ໄດ້ເພີ່ມຂຶ້ນ 250 ກຣາມ
ເມື່ອທຽບກັບ ມື້ທຳອິດເຂົ້າໂຮງໝໍ. ພາບ: ກົງດາດ
 
ພາຍຫຼັງ 23 ວັນ ນັບຕັ້ງແຕ່ມື້ເກີດ, ສຸຂະພາບຂອງຫຼານນ້ອຍ ບ່ິງອານໄດ້ຄ່ອຍໆ ເຂົ້າສູ່ສະພາບປົກກະຕິ. ພາບ: ກົງດາດ

ສອງຜົວເມຍ ນາງ ລຽນ ເບິ່ງລູກຊາຍຂອງຕົນ ດ້ວຍຄວາມ ປາບປຶ້ມດີໃຈ. ພາບ: ກົງດາດ

ກ່ອນຈາກ, ນາງ ລຽນໄດ້ກ່າວ ແລະ ສັນຍາກັບລູກວ່າ:“ລູກຢູ່ທີ່ນີ້, ເມື່ອໃດແມ່ແຂງແຮງ, ແມ່ຈະກັບມາຫາລູກອີກ!”. ພາບ: ກົງດາດ
 
ເປັນຄັ້ງທຳອິດໄດ້ກອດລູກ ນັບຕັ້ງແຕ່ ມື້ເກີດລູກ, ຮອຍຍິ້ມ ທີ່ມີຄວາມສຸກ ໄດ້ປະກົດຂຶ້ນ ຢູ່ເທິງໃບໜ້າ ຂອງແມ່ລູກອ່ອນ. ນາງ ຂຶ້ນລົດ ກັບຄືນໂຮງໝໍ K ເພື່ອສືບຕໍ່ການປິ່ນປົວ ນາງ ລຽນ ໄດ້ກ່າວ ແລະ ໃຫ້ຄຳສັນຍາກັບລູກ: “ລູກຢູ່ທີ່ນີ້, ເມື່ອໃດ ແມ່ແຂງແຮງ, ແມ່ຈະກັບມາຫາລູກອີກ!”. 
 
ບົດ ແລະ ພາບ: ກົງດາດ

top