ຂ່າວສານ

ຕີລາຄາສູງການໜູນຊ່ວຍຂອງຍີ່ປຸ່ນສຳລັບຫວຽດນາມ ໃນວິວັດການພັດທະນາເສດ​ຖະ​ກິດ​ສັງ​ຄົມ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ໄດ້ຕີລາຄາສູງການໜູນຊ່ວຍຂອງຍີ່ປຸ່ນສຳລັບຫວຽດນາມໃນວິວັດການພັດທະນາເສດຖະກິດສັງຄົມ, ຊຸກຍູ້ການລົງທຶນ, ຫັນປ່ຽນໂຄງປະກອບເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໃ
ນການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ

(ພາບ: vov.vn) 

ໃນຂອບເຂດຂອງການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ, ວັນທີ 01 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການພົບປະກັບທ່ານ Fumio Kishda ຫົວໜ້າຄະນະຄົ້ນຄວ້ານະໂຍບາຍຂອງພັກເສລີປະຊາທິປະໄຕກຳອຳນາດ (LDP), ອະດີດລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ໄດ້ຕີລາຄາສູງການໜູນຊ່ວຍຂອງຍີ່ປຸ່ນສຳລັບຫວຽດນາມໃນວິວັດການພັດທະນາເສດຖະກິດສັງຄົມ, ຊຸກຍູ້ການລົງທຶນ, ຫັນປ່ຽນໂຄງປະກອບເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ; ພ້ອມທັງຢັ້ງຢືນວ່າ ສອງປະເທດມີເຄື່ອນໄຂຄົບຖ້ວນ ເພື່ອຍົກການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີໄດ້ອວຍພອນທ່ານ Kishida ທີ່ຫາກໍໄດ້ຮັບຫຼຽນໄຊມິດຕະພາບ ຈາກທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເພາະທ່ານໄດ້ມີບັນດາການປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ; ແລະປາດຖະໜາວ່າ ທ່ານຈະສືບຕໍ່ສະໜັບສະໜູນ, ປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)



top