ຂ່າວສານ

ຕຳຫຼວດນະຄອນ ຮ່າໂນ້ຍ ອອກປະຕິບັດໜ້າທ່ີ ເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2

ວັນທີ 25 ກຸມພາ 2019, ຕຳຫຼວດນະຄອນ ຮ່າໂນ້ຍ ອອກປະຕິບັດໜ້າທ່ີ ຮັບປະກັນຄວາມສະຫງົບ ປອດໄພໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຈັດຂຶ້ນຢູ່ ຮ່າໂນ້ຍ.

ຕຳຫຼວດຈາລະຈອນ ອອກປະຕິບັດໜ້າທ່ີ ຮັບປະກັນຄວາມສະຫງົບ ປອດໄພໃຫ້ແກ່ກອງປະຊຸມ. ພາບ: ຢວານເຕິນ/VNA

ລົດຫຸ້ມເກາະ ອອກປະຕິບັດໜ້າທ່ີຮັບປະກັນຄວາມສະຫງົບ ປອດໄພໃຫ້ແກ່ກອງປະຊຸມ. ພາບ: ຢວານເຕິນ/VNA

ຕຳຫຼວດນະຄອນ ຮ່າໂນ້ຍ ນຳໃຊ້ບັນດາພາຫະນະທີ່ທັນສະໄໝ ເພື່ອຮັບປະກັນຄວາມສະຫງົບ ຄວາມປອດໄພໃຫ້ແກ່ກອງປະຊຸມ. ພາບ: ຢວານເຕິນ/VNA

ຕຳຫຼວດນະຄອນ ຮ່າໂນ້ຍ ຜັນຂະຫຍາຍບັນດາວຽກງານເພື່ອຮັບປະກັນຄວາມສະຫງົບ ປອດໄພ ໃຫ້ແກ່ກອງປະຊຸມ. ພາບ: ຢວານເຕິນ/VNA

ກຳລັງປ້ອງກັນຄວາມສະຫງົບເຝົ້າຍາມຢູ່ໂຮງແຮມ Metropole ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ກອງປະຊຸມ. ພາບ: ຢວານເຕິນ/VNA

ກຳລັງຕຳຫຼວດຈາລະຈອນ ປະຕິບັດໜ້າທ່ີ ເພື່ອຄວາມເປັນລະບຽບຮຽບຮ້ອຍດ້ານຈາລະຈອນ ຢູ່ບັນດາຖະໜົນໃກ້ກັບບ່ອນຈັດ ກອງປະຊຸມ. ພາບ: ເຢືອງຢາງ/ VNA

ກຳລັງຕຳຫຼວດເຄື່ອນທີ່ໄວ ລາດຕະເວນໃນຂົງເຂດຄະນະຜູ້ແທນ ສ ອາເມລິກາ ແລະ ສປປ ເກົາຫຼີ ເຂົ້າພັກ. ພາບ: ເຢືອງຢາງ/ VNA

ທ່ານພົນຕີ ດວ່ານຢຸຍເຄືອງ, ຜູ້ອຳນວຍການຕຳຫຼວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: “ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ເຊິ່ງຈັດຕັ້ງຢູ່ ຮ່າໂນ້ຍ ເປັນເຫດການທາງດ້ານການເມືອງ, ການຕ່າງ ປະເທດ ທີ່ສຳຄັນແຖວໜ້າ ຢູ່ນະຄອນຫຼວງ ໃນປີ 2019”.

ທ່ານພົນຕີ ດວ່ານຢຸຍເຄືອງ, ຜູ້ອຳນວຍການຕຳຫຼວດນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ ກອງປະຊຸມໄດ້ ມອບ ໜ້າທີ່ຢ່າງໜັກໜ່ວງໃຫ້ກຳລັງຕຳຫຼວດປະຊາຊົນ ເວົ້າລວມ, ໂດຍສະເພາະແມ່ນຕຳຫຼວດນະຄອນ ຮ່າໂນ້ຍ ຕ້ອງຮັບປະກັນຄວາມສະຫງົບຂອງປະເທດຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນສັງ ຄົມ, ພິເສດ ຕ້ອງຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ກອງປະຊຸມດັ່ງກ່າວ. 

ປະຕິບັດໂດຍ: VNA/VNP

top