ຂ່າວສານ

ຕຳຫຼວດທະເລ ຫວຽດນາມ ແລະ ຈີນ ສິ້ນສຸດການລາດຕະເວນປະສົມຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ

ບັນດາການເຄື່ອນໄຫວໃນຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ເວົ້າລວມ, ກຳລັງຕຳຫຼວດທະເລ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບສືບຕໍ່ພັດທະນາຢ່າງດີງາມ.

ບັນດາການເຄື່ອນໄຫວໃນຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ເວົ້າລວມ, ກຳລັງຕຳຫຼວດທະເລ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບສືບຕໍ່ພັດທະນາຢ່າງດີງາມ.

    

ການລາດຕະເວນປະສົມລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ຈີນ. (ພາບ: TTXVN)

ແຕ່ວັນທີ 19 – 21 ເມສາ, ການລາດຕະເວນປະສົມລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ຈີນ ຄັ້ງທີ 1 ປີ 2022 ໄດ້ດຳເນີນຢູ່ເຂດທະເລໃກ້ ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ. ການລາດຕະເວນປະສົມແມ່ນຢູ່ໃນຂອບເຂດ 13 ຈຸດ ດ້ວຍລວງຍາວ 255,5 ໄມທະເລ. ໃນການປະຕິບັດໜ້າທີ່, ກຳລັງຕຳຫຼວດທະເລ 2 ປະເທດໄດ້ໂອ້ລົມແລກປ່ຽນທາງໂທລະສັບ; ກວດກາ, ຕິດຕາມກ່ຳປັ່ນຂອງຊາວປະມົງຂຸດຄົ້ນສິນໃນນ້ຳຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນ; ໂຄສະນາບັນດາເນື້ອໃນກ່ຽວຂ້ອງເຖິງຂໍ້ກຳນົດການຫາສິນໃນນ້ຳ, ການປ້ອງກັນ ຕ້ານໂລກລະບາດໂຄວິດ-19, ໂຄສະນາກ່ຽວກັບກົດລະບຽບການເຄື່ອນໄຫວ, ການປະພຶດຢູ່ທະເລ; ຝຶກແອບລວມກ່ຽວກັບທິດທາງຊອກຫາກູ້ໄພກູ້ຊີບທາງທະເລ.

        ບັນດາການເຄື່ອນໄຫວໃນຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ເວົ້າລວມ, ກຳລັງຕຳຫຼວດທະເລ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບສືບຕໍ່ພັດທະນາຢ່າງດີງາມ.

(ແຫຼ່ງຄັດຈາກ VOV)


top