ຕາຕື່ນຕາໃຈ ກັບພາບ ການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້ - ທ້ອນໂຮມປະເທດຊາດ ເປັນເອກະພາບ ເທິງຫຼັງຄາທຳນຽບ ໂດກເລິບ

ເຊົ້າວັນທີ 30 ເມສາ, ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ-ບາດກ້າວ ອັນສະຫງ່າລາສີ ທີ່ສຸດ ໃນປະຫວັດສາດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ດ້ວຍຄວາມພາກພູມໃຈອັນຍິ່ງໃຫຍ່ ຂອງທົ່ວປວງຊົນ ຫວຽດນາມ ພາຍຫຼັງເຄິ່ງສະຕະວັດ ແຫ່ງສັນຕິ ພາບ-ເອກະລາດ-ເອກະພາບ, ໄດ້ຈັດຂຶ້ນຢ່າງສົມກຽດ ລະດັບຊາດ ທີ່ນະຄອນ ໂຮ່ຈີມິນ ດ້ວຍບັນດາກິດຈະກຳ ທ່ີຫຼາກຫຼາຍ ພ້ອມດ້ວຍລາຍການ ສວນສະໜາມ, ແຫ່ຂະບວນ ທ່ີຍິ່ງໃຫຍ່. 

ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນ ໂຮມປະເທດຊາດ ເປັນເອກະພາບ ໄດ້ຈັດຂຶ້ນຢູ່ຖະໜົນ ເລຢວັນ, ເຂດ 1, ນະຄອນ ໂຮ່ຈີມິນ ທີ່ມີຄວາມຍາວ ເກືອບ 2 ກມ ເຊື່ອມຕໍ່ ຈາກປະຕູໂຂງ ທຳນຽບ ໂດກເລິບ ໄປຫາ ສວນສາທາລະນະ ຖາວເກີ່ມວຽນ ເຊິ່ງເປັນເຂດຫຼັກ ໃນການຈັດພິທີສະເຫຼີມສະຫຼອງ, ໂດຍມີເວທີຫຼັກ ແລະ ບັນດາກິດຈະກຳເປີດງານ, ສວນສະໜາມ, ແຫ່ຂະບວນ ໄດ້ເລີ່ມຕົ້ນຢູ່ທີ່ນີ້.

ເບິ່ງຈາກມຸມສູງ ຈາກທຳນຽບ ໂດກເລິບ, ພິທີສະເຫຼີມສະຫຼອງໄດ້ປະກົດຕົວ ໃຫ້ເຫັນຢ່າງເຄັ່ງຂຶມ ແລະ ສົດໃສ, ສະແດງໃຫ້ເຫັນຢ່າງຄົບຖ້ວນ, ຮອບດ້ານຍິ່ງຂຶ້ນ ກ່ຽວກັບຂະໜາດ, ບັນດາກິດຈະກຳຫຼັກຂອງພິທີ, ບັນຍາກາດທີ່ເບີກບານມ່ວນຊື່ນ ຂອງ ຜູ້ຊົມທີ່ຢືນຢູ່ສອງຂ້າງຖະໜົນ ເລຢວັນ ທີ່ສວຍງາມປົກຄຸມໄປດ້ວຍດອກໄມ້ ແລະ ຮົ່ມເຢັນ.

ພ້ອມກັນເບິ່ງຄືນບັນດາຮູບພາບ ກ່ຽວກັບພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ ທີ່ ນັກຂ່າວ ເລມິງ ຈາກ ວາລະສານ ຂ່າວພາບ ຫວຽດນາມ ໄດ້ຮັບກຽດ ບັນທຶກມຸມມອງ ຈາກຫຼັງຄາທຳນຽບ ໂດກເລິບ.


top