ທ່ອງທ່ຽວ

ຕາຊົ່ວ-ແດນສະຫວັນແຫ່ງການທ່ອງທ່ຽວ

ຕາຊົ່ວ (ບັກ​ອຽນ-​ເຊີນ​ລາ) ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ໃຫ້ມາ​ສຳ​ຜັດ​ກັບ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ເຊິ່ງ​ທຳ​ມະ​ຊາດ​ບັນ ດານ​ໃຫ້​ແຜ່ນດິນ​ແຫ່ງນີ້ຄື: ສະຫວັນແຫ່ງເມກໝອກ, ຕົ້ນຊາ ຊານ ຕວຽດ ທີ່​ມີ​ອາຍຸ​ນັບຫຼາຍ​ຮ້ອຍ​ປີ ​ແລະ ວັດທະນະທຳ​ ອັນ​ດີງາມ ​ຂອງ​ຊາວ​ເຜົ່າ ມົ້ງ.

ຕາ​ຊົ່ວ ຫ່າງ​ຈາກ​ຕົວ​ເມືອງ ​ບັກ​ອຽນ ​ບໍ່​ເຖິງ 15 ກິ​ໂລ​ແມັດ, ແຕ່​ຕ້ອງ​ຜ່ານ​ທາງ​ຄ້ອຍ​ທີ່​ສູງ​ຊັນ​ ແລະ​ ຂ້ອນຂ້າງອັນຕະລາຍ ໂດຍເສັ້ນ ທາງ​​ເລກທີ 112 ​ຈຶ່ງ​ໄປ​ເຖິງ​ຍອດ​ພູ ຕາ​ຊົ່ວ. ​ໂດຍ​ຕັ້ງ​ຢູ່​ໃນ​ລະດັບ​ຄວາມ​ສູງ​ກວ່າ 1.500 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ຕາ​ຊົ່ວ ​ມີສາຍ​ພູ​ທີ່​ສະຫງ່າ, ທີ່ນີ້ຍັງ​ມີ​ຊື່​ສຽງ​ດ້ານ​​ເມກ​ໝອກ ທີ່​ສວຍ​ງາມ​ພາຍໃຕ້ແສງອາລຸນ​ ໃນຍາມ​ເຊົ້າ​ ຂອງ​ລະດູ​ໜາວ.

  ລະດູດອກຄາຍຢູ່ ຕາຊົ່ວ ຕາມປົກກະຕິແລ້ວແມ່ນເລີ່ມແຕ່ເດືອນ ທັນວາ ຫາທ້າຍເດືອນ ມັງກອນ ປີໜ້າ. ພາບ: ຈິ້ງໂບ້/VNP
  ແບບແຜນວິຖີຊີວິດຂອງ​ຊາວ​ເຜົ່າ ​ມົ້ງ ​ຢູ່​ບ້ານ ຕາຊົ່ວ. ພາບ: ແທງ​ຢາງ/ VNP

ແຕ່ເດືອນ ຕຸລາ ຫາເດືອນ ເມສາ ຂອງ ທຸກໆ ປີແມ່ນລະດູເມກເລື່ອນລອຍ ຢູ່ ຕາຊ່ົວ. ພາບ: ເຕິດເຊີນ/VNP

ນັກ​ທ່ອງ​ທ່ຽວ​ນັ່ງຫຼິ້ນ ​ຢູ່​ຮ້ານ ​ກາ​ເຟ ​ແຫ່ງ​ໜຶ່ງ ​ຢູ່​ ຕາຊົ່ວ. ພາບ: ແທງຢາງ/VNP 

ເມກບິນຢູ່ເທິງຫຼັງຄາເຮືອນຂອງຊາວເຜົ່າ ມົ້ງ ທີ່ມຸງດ້ວຍກະດານໄມ້. ພາບ: ຫງວຽນຖັ໋ງ/VNP

ທຸກໆປີ, ໃນເດືອນ ຕຸລາ ຫາເດືອນ ເມສາ ເປັນຊ່ວງ ເວລາທີ່ ຕາຊົ່ວ ມີເມກປົກຄຸມຫຼາຍກວ່າໝູ່, ແຕ່ແນວໃດກໍ່ຕາມ, ບໍ່ແມ່ນມື້ໃດກໍ່ເຫັນໝອກສີຂາວລອຍຢູ່ຕາມຮ່ອມພູ. ຕາມ​ການໃຫ້ຮູ້​ຂອງ​ຊາວ​ເຜົ່າ ​ມົ້ງ ອາໄສ​ຢູ່​ທີ່​ນີ້, ​ເພື່ອ​ຈະ​ໄດ້​ພົບ​ກັບ​ເມກ, ຕ້ອງ​ເລືອກ​ເອົາ​ວັນ​ທີ່​ມີ​ລົມ​ມໍ​ລະ​ສຸມ ຫຼື ວັນ​ທີ່​ມີ​ຝົນ​ຕົກ​ໜັກ​ ໃນ​ຄືນ​ກ່ອນ, ເຊົ້າ​ມື້​ຕໍ່​ມາ​ມີ​ແສງ​ແດດ, ເມກ​ຈະ​ມາ​ປົກ​ຄຸມເຕັມຮ່ອມພູ.

ໃນ​ເມື່ອ​ກ່ອນ, ພວກ​ຂ້າພະເຈົ້າໄດ້​ໄປ ຕາຊົ່ວ ສອງ​ສາມ​ຄັ້ງ​ໂດຍ​ມີ​ເປົ້າ​ໝາຍ​ “ລ່າເມກ”, ແຕ່​ບໍ່​ເຄີຍ​​ໄດ້ພົບ​ເຫັນ ​ເມກເຝື້ອໄຫຼເລື່ອນລອຍ. ໃນການເດີນທາງທີ່ຜ່ານມາ, ໂຊກດີ “ແດນສະຫວັນແຫ່ງເມກໝອກ” ໄດ້ປາກົດຢູ່ຕໍ່ໜ້າ ຂອງ ພວກຂ້າພະເຈົ້າ. ເມກສີຂາວເລື່ອນລອຍ ຢູ່ຕາມເນີນພູ, ຕາມເສັ້ນເສັ້ນທາງຂຶ້ນພູ, ບາງຄັ້ງພູເຂົາ ກໍ່ຊ່ອນຕົວ, ບາງຄັ້ງປະກົດຢູ່ຫຼັງທະເລໝອກ.

ຕາ​ຊົ່ວ ມີ​ຕົ້ນຊາບູຮານກວ່າ 2.000 ຕົ້ນ​ ທີ່​ມີ​ອາຍຸ​ແຕ່ 100 300 ປີ ພວມ​ສ້າງ​ລາຍ​ຮັບ​ໃຫ້​ແກ່ຊາວ​ເຜົ່າ​ ມົ້ງ ຢູ່​ທີ່​ນີ້. ພາບ: ຮວ່າງຮ່າ/ VNP

ນອກຈາກສະຫວັນແຫ່ງ​ເມກ ແລ້ວ, ​​ເທິງ​ຈອມ​ພູ ​ຕາ​ຊົ່ວ ຍັງມີ​ຕົ້ນ​ຊາ​ ຊານ ຕວຽດ ​ອາ​ຍຸ​ນັບຫຼາຍ​ຮ້ອຍ​ປີ ຕິດ​ພັນ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ແບບແຜນວິ​ຖີ​ຊີ​ວິດ​ຂອງ​ຊາວ​ເຜົ່າ ​ມົ້ງ ຢູ່​ທີ່​ນີ້. ປ່າຊາ ພັດທະນາ ຕາມທຳມະຊາດ, ບໍ່ໄດ້ຮັບຜົນ ກະທົບໃດ ຈາກປະຊາຊົນ. ລຳຕົ້ນແມ່ນປົກຄຸມໄປດ້ວຍໄຄນໍ້າ, ຫຼາຍຄົນສາມາດ ປີນຂຶ້ນເທິງຕົ້ນເພື່ອເກັບຊາ ພ້ອມໆ ກັນ, ສະ ນັ້ນ ນັກທ່ອງທ່ຽວ ທີ່ມາຊົມຕົ້ນຊາບູຮານ ສາມາດສຳຜັດກັບການເກັບຊາ ກັບຊາວທ້ອງຖິ່ນ.

ນາງ ມົ່ວທິໂຕ່ງ (ຂວາ​) ຄົນຊາ​ເພື່ອ​ເອົາ​ເຂົ້າ​ໄປ​ໃນ​ສາຍ​ການ​ຜະ​ລິດ​ຊາ.  ພາບ: ທົງທ້ຽນ/VNP

ຊາ ຊານຕວຽດ ຢູ່ ຕາຊົ່ວ ມີຍອດສີຂາວ ແລະ ໃບໃຫຍ່. ຄົນຢູ່ທີ່ນີ້ມັກປຸງແຕ່ງຊາ ຕາມແບບຫັດຖະກຳ, ເພາະວ່າ ເຂົາເຈົ້າຄິດວ່າ ການປຸງແຕ່ງຊາດ້ວຍມືຈະຮູ້ສຶກເຖິງຄວາມອ່ອນນຸ້ມຂອງ ຊາ ແຕ່ລະຍອດ ແລະ ດື່ມຈະແຊບກວ່າ. ຊາ ຊານຕວຽນ ມີສີເຫຼືອງຄ້າຍຄືນ້ຳເຜິ້ງ, ເມື່ອດື່ມແລ້ວ, ຄວາມຮູ້ສຶກຄັ້ງທຳອິດແມ່ນມີລົດຝາດ, ຈາກນັ້ນ ຈຶ່ງປ່ຽນເປັນລົດຫວານ, ລົດຫອມຂອງຊາແມ່ນພິເສດ ເມື່ອທຽບໃສ່ຜະລິດຕະພັນຊາອື່ນໆ.

ມຸມໜຶ່ງຂອງໃຈກາງຕາແສງຕາຊົ່ວ. ພາບ: ຈິ້ງໂບ້/VNP

ນອກ​ຈາກ ​“​ທະເລ​ເມກ” ຢູ່ ຕາຊົ່ວ, ​ຈຸດ​ຊົມ​ເມກ ​ທີ່​ສວຍ​ງາມ​ອີກ​ແຫ່ງ​ໜຶ່ງ​ທີ່​ຫຼາຍ​ຄົນ​ຮູ້​ຈັກ​ແມ່ນ​ ກະດູກສັນຫຼັງ ໄດ​ໂນ​ເສົາ ​ຢູ່ຕາ​ແສງ ຮາງດົ່ງ. ຫ່າງຈາກຕາຊົ່ວ 13 ກິໂລແມັດ ແລະ ຕັ້ງ ຢູ່ໃນລະດັບຄວາມສູງເກືອບ 1.800 ແມັດເມື່ອທຽບກັບ ລະດັບໜ້ານ້ຳທະເລ, ກະດູກສັນຫຼັງ ໄດໂນເສົາ ມີຮູບຮ່າງ ຂ້ອນຂ້າງພິເສດ, ຄືກັບຮູບ ໄດໂນເສົາ ໂຕໜຶ່ງກຳລັງນອນ, ມີພູມສັນ ຖານທີ່ຮົກເຮື້ອ, ດຶງດູດຜູ້ຄົນທີ່ມີຄວາມມັກໄປ ທ່ຽວຊົມ ເປັນຈຳນວນ ຫຼວງຫຼາຍ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ຊົມ​ເມກ​ທີ່​ສວຍ​ງາມ​ຂອງ​ເຂດ​ພູສູງ ບັກອຽນ. ສໍາລັບມື້ທີ່ ບໍ່ມີເມກ, ຈະຢືນຢູ່ເທິງຈອມພູຂອງ ກະດູກສັນຫຼັງ ໄດໂນເສົາ ເບິ່ງພູເຂົາ, ທົ່ງນາຂັ້ນໄດທີ່ສວຍງາມ, ເຂດປ່າຈັນຫອມ, ປ່າໄມ້ສີຂຽວ ຂະຈີ ...

ນັກທ່ອງທ່ຽວຍ່າງຫຼິ້ນ ຕາມສະຖານທີ່ທ່ອງທ່ຽວ ກະດູກສັນຫຼັງ ໄດໂນເສົາ. ພາບ: ເຕິດເຊີນ/VNP

ເຂດ​ຫຼັງ​ໄດ​ໂນ​ເສົາ​ແມ່ນ​ບ່ອນ​ຢູ່​ອາໄສ​ຂອງ​ຊາວ​ເຜົ່າ​ ມົ້ງ ຫຼາຍ​ລຸ້ນຄົນ. ພາບ: ທົງທ້ຽນ/VNP

ສຳລັບ​ຜູ້​ທີ່​ຮັກ ຕາຊົ່ວ, ໂນນ ປາໂລມາ ​ແມ່ນ​ສະຖານ​ທີ່​ໜຶ່ງ​​ ບໍ່​ຄວນ​ພາດ. ໂນນຫີນນີ້ ຖືກສ້າງຂຶ້ນ ໂດຍຫີນໃຫຍ່ສອງກ້ອນ ຄ້າຍຄື ປາໂລມາ ສອງໂຕພວມ ລອຍຢູ່ກາງ “ທະເລເມກ”.

\ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມຢູ່ໂນນ ປາໂລມາ ​. ພາບ: ຮວ່າງຮ່າ/ VNP

ທະ ເລເມກ ຕາຊົ່ວ ​ໄດ້​ຮັບ​ການ​ລົງ​ທຶນ​ຈາກ​ເມືອງ​ ບັກ​ອຽນ ​ແລະ ​ໄດ້​ສຳ​ເລັດ​ການ​ວາງ​ແຜນ​ພັດທະນາ​ການທ່ອງທ່ຽວ​ດ້ວຍ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົບຊຸດ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ຫຼາກ​ຫຼາຍ, ​ເປັນ​ເອກະລັກ​ສະ​ເພາະ, ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ, ​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ເສັ້ນທາງ​ທ່ອງ​ທ່ຽວເຊື່ອມ​ຕໍ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ແຂວງ ​ແລະເຊື່ອມ​ຕໍ່​ກັບ ​ເມືອງ ຈ້າມເຕົ໋າ, ອຽນບ໋າຍ. 

ປະຕິບັດ: VNP


top