ຂ່າວສານ

ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບສູງ ຕໍ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃນພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ

ຕອນບ່າຍວັນທີ 11 ມັງກອນ, ກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ XV ໄດ້ອັດລົງ. ເຖິງວ່າໄດ້ດຳເນີນໃນໄລຍະສັ້ນ ແລະ ດ້ວຍຮູບແບບທາງໄກ ກໍ່ຕາມ, ແຕ່ບັນດາລັດຖະນະໂຍບາຍ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມມີຄວາມໝາຍສຳຄັນ ຕໍ່ການພັດທະນາຂອງປະເທດຊາດ, ພິເສດແມ່ນໃນສະພາບການທີ່ ຫວຽດນາມ ພວມມານະພະຍາຍາມຟື້ນຟູເສດຖະກິດ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ 

ກອງປະຊຸມວິສາມັນຄັ້ງທີ 1 ໄດ້ພິຈາລະນາ, ຕັດສິນບາງບັນຫາໃຫຍ່, ສຳຄັນ, ມີລັກສະນະຮີບດ່ວນກ່ຽວກັບດ້ານເສດຖະກິດ, ສັງຄົມ, ການເງິນ ແລະ ງົບປະມານ , ເພື່ອໜູນຊ່ວຍໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງທັນການ.

ຄວາມໝາຍໃຫ້ທັງໄລຍະ 2021  2025

ມະຕິວ່າດ້ວຍນະໂຍບາຍປີການເງິນ ແລະ ເງິນຕາ ເພື່ອໜູນຊ່ວຍຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ທີ່ສະພາແຫ່ງຊາດຮັບຮອງເອົາຢູ່ວາລະ ອັດກອງປະຊຸມມີຄວາມໝາຍສຳຄັນພິເສດເພື່ອຮັບມືກັບໂລກລະບາດໂຄວິດ - 19, ແກ້ໄຂບັນດາຄວາມເສຍຫາຍ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຟື້ນຟູຕະຫຼາດແຮງງານ, ແກ້ໄຂບັນດາບັນຫາໜູນຊ່ວຍສັງຄົມ ແລະ ສະຫວັດດີການສັງຄົມ. ນີ້ແມ່ນນະໂຍບາຍເພີ່ມເຕີມ, ຢູ່ນອກຈາກກອບນະໂຍບາຍດ້ານການເງິນ, ເງິນຕາ ທີ່ສະພາແຫ່ງຊາດໄດ້ຕັດສິນໃນບັນດາແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການການເງິນ, ແຜນການໃຫ້ກູ້ຢືມເງິນ ແລະ ຊຳລະໜີ້ສາທາລະນະ, ແຜນການການລົງທຶນສາທາລະນະໄລຍະກາງ 5 ປີ ແຕ່ປີ 2021 – 2025.

ດ້ວຍຂອບຂະໜາດປະມານ 350.000 ຕື້ດົ່ງ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມຈະຊ່ວຍໃຫ້ລັດຖະບານເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ ຢ່າງທັນການ. ໂຄງການໄດ້ປະຕິບັດຕົ້ນຕໍແມ່ນໃນໄລຍະ ສອງປີ 2020 ແລະ 2023, ສຸມໃສ່ໃຫ້ບັນດາຂົງເຂດ: ການແພດ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ການໜູນຊ່ວຍສັງຄົມ, ແຮງງານ ແລະ ວຽກເຮັດງານທຳ, ການໜູນຊ່ວຍວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ, ການລົງທຶນພັດທະນາໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ, ການຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

ສິ່ງທີ່ເປັນໜ້າສົນໃຈ, ເພື່ອຜັນຂະຫຍາຍນະໂຍຍາຍປີການເງິນ, ເງິນຕາດັ່ງກ່າວ ຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນປະຕິບັດເປົ້າໝາຍການເຕີບໂຕສະເລ່ຍແຕ່ 6,5 – 7% ແລະ ບັນດາຄາດໝາຍ, ເປົ້າໝາຍ ເສດຖະກິດ - ສັງຄົມ ໃຫ້ທັງໄລຍະ 2021 – 2025, ສະພາແຫ່ງຊາດໄດ້ຕົກລົງອະນຸຍາດນຳໃຊ້ບາງກົນໄກ, ນະໂຍາບາຍພິເສດສະເພາະກ່ຽວກັບການຄັດເລືອກນັກລົງທຶນ, ແບ່ງຂັ້ນ, ມອບສິດ… ສຳລັບບັນດາໂຄງການສຳຄັນແຫ່ງຊາດ, ບັນດາໂຄງການພື້ນຖານໂຄງລ່າງສຳຄັນ, ມີຂອບຂະໜາດໃຫຍ່ຕ່າງໆໃນຂົງເຂດຄົມມະນາຄົມ ແລະ ສາທາລະນະສຸກ ທີ່ຂຶ້ນກັບໂຄງການ ແລະ ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ, ທຸກຂັ້ນ, ທຸກຂະແໜງການ. ເພື່ອມີແຫຼ່ງກຳລັງປະຕິບັດບັນດານະໂຍບາຍການເງິນ ໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສະພາແຫ່ງຊາດໄດ້ຕົກລົງອະນຸຍາດ ໃຫ້ເພີ່ມລາຍຈ່າຍເກີນດຸນງົບປະມານແຫ່ງລັດໃນ 2 ປີ 2022 ແລະ 2023 ສະເລ່ຍແຕ່ 1 – 1,2% GDP/ປີ (ສູງສຸດແມ່ນ 240 ພັນຕື້ດົ່ງ).

ສະພາແຫ່ງຊາດກໍ່ໃຫ້ຂໍ້ສັງເກດວ່າ ການພັດທະນາໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມແມ່ນໜ້າທີ່ສຳຄັນພິເສດ. ໃນສະພາບການປັດຈຸບັນ, ການຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ທາງທິດຕາເວັນອອກ ໄລຍະ 2021 – 2025 ໂດຍໄວນັ້ບກໍ່ຍິ່ງມີຄວາມໝາຍຢ່າງແທດຈິງ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ, ປະກອບສ່ວນຟຶ້ນຟູ ແລະ ເຕີບໂຕດ້ານເສດຖະກິດ, ມີຄຸນປະໂຫຍດແຜ່ຂະຫຍາຍ, ປັບປຸງການເຊື່ອມຕໍ່ເສດຖະກິດລະຫວ່າງເຂດ. ດັ່ງນັ້ນ,ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະຫງວນເວລາ ສ່ວນຫຼາຍເພື່ອປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບຄວາມຈຳເປັນໃນການລົງທຶນກໍ່ສ້າງໂຄງການ, ຄວາມເໝາະສົມຂອງໂຄງການສຳລັບຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ, ວາງແຜນກຳນົດ ທີ່ມີສ່ວນກ່ຽວຂ້ອງ ແລະ ຂອບເຂດ, ຂອບຂະໜາດຂອງໂຄງການ, ການຄັດເລືອກເຕັກໂນໂລຢີ, ວິທີການບຸກເບີກໜ້າພຽງ, ຕັ້ງຖິ່ນຖານຄົງທີ່ຄືນໃໝ່, ກ່ຽວກັບຮູບການລົງທຶນ, ກ່ຽວກັບຍອດເງິນລົງທຶນໄລຍະເບື້ອງຕົ້ນ, ແຫຼ່ງທຶນ ແລະ ການຖອນເງິນລົງທຶນ, ວິທີການແບ່ງປັນສ່ວນປະກອບຂອງ ໂຄງການຢ່າງລະອຽດ ແລະ ຄວາມຄືບໜ້າໃນການປະຕິບັດໃຫ້ສຳເລັດ ກໍ່ຄືກົນໄກ, ນະໂຍບາຍພິເສດ ເພື່ອຜັນຂະຫຍາຍການລົງທຶນໂຄງການ. ຕີລາຄາກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານ ດັ້ງກວັກຮຶວ ສະມາຊິກສະພາແຫ່ງຊາດນະຄອນ ອຽນບ໊າຍຖືວ່າ:

ກອງປະຊຸມໄດ້ປະສົບຜົນສຳເລັດ ແລະ ຜູ້ມີສິດເລືອຕັ້ງມີຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດຢູ່ກອງປະຊຸມຄັ້ງນີ້. ຜູ້ມີສິດເລືອກຕັ້ງກໍ່ເຊື່ອໝັ້ນ ແລະ ມີຄວາມຫວັງຕໍ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ ໃນສະພາບການທີ່ໂລກລະບາດໂຄວິດ - 19ໄດ້ຮັບການຄວບຄຸມ. ອາດເວົ້າໄດ້ວ່າ ກອງປະຊຸມວິສາມັນຄັ້ງທຳອິດ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ເກີດຂຶ້ນ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ.

ເສີມຂະຫຍາຍພູມປັນຍາລວມໝູ່

-         ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດໄດ້ດຳເນີນກອງປະຊຸມວິສາມັນ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຂຶ້ນກັບສິດອຳນາດຢ່າງທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນຂອງປະເທດຊາດ, ຂອງວິສາຫະກິດ, ການຫາເງິນລ້ຽງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ເຖິງວ່າ ສະພາແຫ່ງຊາດໄດ້ຈັດກອງປະຊຸມທາງໄກ, ແຕ່ບັນດາສະມາຊິກ ສະພາແຫ່ງຊາດ ຢູ່ 63 ຈຸດເຊື່ອມຕໍ່ໃນທົ່ວປະເທດກໍ່ໄດ້ຕັ້ງໜ້າເຂົ້າຮ່ວມ, ປຶກສາຫາລື, ຍົກໃຫ້ເຫັນທັດສະນະ ແລະ ໂຕ້ວາທີຫຼາຍບັນຫາຢ່າງຈະແຈ້ງ, ປະກອບແນວຄວາມຄິດທີ່ຖືກຕ້ອງ ໃຫ້ແກ່ສະພາແຫ່ງຊາດ. ພາຍຫຼັງວາລະປຶກສາຫາລືເປັນກຸມ ແລະ ການປຶກສາຫາລືທາງໄກ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ແລະ ອົງການທີ່ກ່ຽວຂ້ອງ ໄດ້ມານະພະຍາຍາມຈົນສຸດຄວາມສາມາດໃນການລວບລວມ, ຮັບເອົາ, ອະທິດບາຍ ຢ່າງຄົບຖ້ວນຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນ ແລະ ເຂັ້ມງວດ ເພື່ອມີຮ່າງມະຕິສະບັບສຸດທ້າຍຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ. ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ ຖືວ່າ:

        ນີ້ແມ່ນສິ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນທີ່ສຸດ ຕໍ່ອາຍຸການສະພາແຫ່ງຊາດຊຸດທີ XV. ພວກເຮົາຕ້ອງປ່ຽນແປງໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການຮັບປະກັນການນຳພາຂອງ ພັກ ໃນລະບອບລະບຽບການບັນດາແຜນນະໂຍບາຍ, ມະຕິຂອງພັກ.

        ໝາກຜົນຂອງກອງປະຊຸມວິສາມັນຄັ້ງທີ 1 ໄດ້ສະແດງໃຫ້ເຫັນຄວາມຕັ້ງໜ້າ, ເປັນເຈົ້າການ ແລະ ຄວາມຮັບຜິດຊອບຢ່າງສູງຂອງສະພາແຫ່ງຊາດ ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງຂອງປະເທດ ແລະ ຄວາມສາມາດປາດຖະໜາຂອງປະຊາຊົນ, ວິສາຫະກິດ, ການສົມທົບ ກັນ ຢ່າງແໜ້ນແຟ້ນ ຂອງລັດຖະບານ ແລະ ການສົມທົບ ກັນ ກະກຽມນັບແຕ່ຫົວທີ ຂອງບັນດາອົງການຂອງສະພາແຫ່ງຊາດ ໃນການກະກຽມກອງປະຊຸມຄັ້ງນີ້. ພ້ອມທັງເປັນການຢັ້ງຢືນວ່າ ສະພາແຫ່ງຊາດ, ລັດຖະບານ ຍາມໃດກໍ່ຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຢ່າງບໍ່ຢຸດຢັ້ງ, ຕັດສິນໃຈປ່ຽນແປງໃໝ່, ສ້າງສັນ ເພື່ອແນໃສ່ແກ້ໄຂບັນດາບັນຫາພຶດຕິກຳຕົວຈິງວາງອອກ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງຮີບດ່ວນ, ປະກອບສ່ວນຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)


top