ຂ່າວສານ

ຕັ້ງ​ຄວາມ​ຫວັງ​ຕໍ່​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6

ຕອນເຊົ້າວັນທີ 23 ຕຸລາ, ໃນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄຂຂຶ້ນຢ່າງສົມກຽດໃນຫໍສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່ອນວາລະໄຂ, ມີສະມາຊິກສະພາແຫ່ງຊາດ ຫຼາຍທ່ານໄດ້ຢັ້ງຢືນວ່າ ຈະຍົກສູງນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍພູມປັນຍາ, ປະກອບສ່ວນເພື່ອຜົນສຳເລັດຂອງກອງປະຊຸມ.
ທ່ານນາງ ເລທິແທັງລາມ, ສະມາຊິກສະພາແຫ່ງຊາດ ແຂວງ ເຮົ້າຢາງ

ຕາມທ່ານນາງ ຟ້າມທິຮົ່ງອຽນ, ສະມາຊິກສະພາແຫ່ງຊາດ ແຂວງ ບິ່ງທ້ວນ ແລ້ວ, ໃນກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດ ຈະແກ້ໄຂວຽກງານຈຳນວນຫຼາຍ, ດ້ວຍຫຼາຍເນື້ອໃນສຳຄັນ, ເປັນຕົ້ນແມ່ນ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ)... ບັນດາເນື້ອໃນ ທີ່ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ຈະຊ່ວຍແກ້ໄຂບັນດາຈຸດອຸດຕັນແກ່ການພັດທະນາເສດຖະກິດ - ສັງຄົມ, ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍການເຕີບໂຕຂອງທັງສະໄໝ. ທ່ານເຊື່ອໝັ້ນວ່າ ບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ແມ່ນທັນການ; ສະແດງພູມປັນຍາ, ຄວາມສຸດຈິດສຸດໃຈ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດທີ່ມີຕໍ່ປະເທດຊາດ, ຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.    

ທ່ານນາງ ເລທິແທັງລາມ, ສະມາຊິກສະພາແຫ່ງຊາດ ແຂວງ ເຮົ້າຢາງ ກໍຢັ້ງຢືນວ່າ ບັນດາສະມາຊິກສະພາແຫ່ງຊາດ ຈະສຸມພູມປັນຍາ ເພື່ອປຶກສາຫາລື ແລະ ຍົກອອກບັນດາລັດຖະນະໂຍບາຍ ທີ່ຖືກຕ້ອງ, ສະຫຼາດສ່ອງໃສ ສຳລັບບັນດາບັນຫາສຳຄັນຂອງປະເທດຊາດ ພາຍໃຕ້ສິດອຳນາດຂອງສະພາແຫ່ງຊາດ.

 


top