ຂ່າວສານ

ຕັດ​ສິນ​ໃຈ​ສູງ, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​ໄລ​ຍະ 2021 – 2025

ເມື່ອສະເໜີບົດລາຍງານລັດຖະບານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ບັນດາໝາກຜົນພັດທະນາເສດຖະກິດ - ສັງຄົມ ປີ 2024 ໄດ້ສ້າງທ່ວງທ່າປະຕິຮູບ, ສ້າງກຳລັງໜູນພັດທະນາ, ສ້າງບັນຍາກາດທີ່ຟົດຟື້ນໃຫ້ແກ່ປີ 2025. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດເພື່ອໃຫ້ ຫວຽດນາມ ສາມາດປະຕິບັດສຳເລັດບັນດາເປົ້າໝາຍເຕີບໂຕຂອງທັງໄລຍະ 2021 – 2025.

ບົດລາຍງານຊີ້ແຈ້ງວ່າ, ໃນ 04 ເດືອນຕົ້ນປີ 2025, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາຄວາມດຸນດດ່ຽງໃຫຍ່ສຳຄັນໄດ້ຮັບການຮັບປະກັນ. ໃນນັ້ນ, ສຳລັບທາງດ້ານເສດຖະກິດ, ການເຕີບໂຕ GDP ໃນໄຕມາດທີ 1 ປີ 2025 ຄາດວ່າບັນລຸໄດ້ 6,93% ສູງກວ່າເມື່ອທຽບໃສ່ໄລຍະ 2020 – 2025; ຫຼາຍທ້ອງຖິ່ນມີລະດັບການເຕີບໂຕ 2 ຕົວເລກ. ທິຶນ FDI ປະຕິບັດ ບັນລຸກວ່າ 6,7 ຕື້ USD, ສູງກວ່າໄລຍະ 2020 – 2025, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ສືບຕໍ່ແມ່ນຈຸດນັບພົບທີ່ດູດດື່ມສຳລັບນັກລົງທຶນສາກົນ. ກ່ຽວກັບດ້ານວັດທະນະທຳ, ສັງຄົມ, ດັດຊະນີຄວາມຜາສຸກຂອງ ຫວຽດນາມ ໃນປີ 2025 ຢືນອັນດັບທີ 46 ໃນຈຳນວນ 143 ປະເທດ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: quochoi.vn)

ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການໃນ “ໝວດ 4 ຍຸດທະສາດ”

ບົດລາຍງານລັດຖະບານ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ 8% ຂຶ້ນໄປ, ຂອບເຂດພື້ນຖານເສດຖະກິດບັນລຸກວ່າ 500ຕື້ USD (ຄາດວ່າຢືນອັນດັບທີ 30 ໃນໂລກ, ຫຍັບຂຶ້ນ 2 ຂັ້ນ), GDP ສະເລ່ຍຕໍ່ຫົວຄົນໃນປີ 2025 ບັນລຸກວ່າ 5.000 USD ນັ້ນ, ລັດຖະບານ ຕ້ອງສືບຕໍ່ເຊື່ອມຊຶມ ແລະ ປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ໃນນັ້ນ, ໄດ້ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່, ມາດຕະການໃນ “ໝວດ 4 ຍຸດທະສາດ”, ລວມມີ: ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ; ພັດທະນາວິທະສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດຢ່າງບຸກທະລຸ; ເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ພັດທະນາຂົງເຂດເສດຖະກິດເອກະຊົນ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

“ຕ້ອງຮີບເຮັ່ງຄົ້ນຄວ້າ, ສະເໜີປັບປຸງກົດໝາຍສະບັບຕ່າງໆເພື່ອແກ້ໄຂຈຸດອຸດຕັນ, ຂຸດຄົ້ນແຫຼ່ງກຳລັງ, ເສີມຂະຫຍາຍຄວາມສາມາດພາຍໃນ ແລະ ກຳລັງຜະລິດຂອງທົ່ວສັງຄົມ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ. ໃນປີ 2025, ລົບລ້າງຢ່າງໜ້ອຍສຸດ 30% ເງື່ອນໄຂລົງທຶນດຳເນີນທຸລະກິດທີ່ບໍ່ຈຳເປັນ; ຫຼຸດເວລາແກ້ໄຂບັນດາລະບຽບການບໍລິຫານລົງຢ່າງໜ້ອຍສຸດ 30%. ປະຕິຮູບການບໍລິຫານລັດຢ່າງເລິກເຊິ່ງກວ້າງຂວາງ, ປັບປຸງຮູບແບບການຈັດຕັ້ງຂອງລະບົບການເມືອງໃຫ້ສົມບູນແບບ. ຈັດຕັ້ງການຂໍຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາໃນລັດຖະທຳມະນູນ (ປີ 2013). ສູ້ຊົນຮອດປີ 2025 ປະຕິບັດສຳເລັດເປົ້າໝາຍທົ່ວປະເທດມີເສັ້ນທາງດ່ວນລວມຄວາມຍາວກວ່າ 3.000 ກິໂລແມັດ ແລະ ເສັ້ນທາງບົກແຄມທະເລຍາວກວ່າ 1.000 ກິໂລແມັດ.”

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: quochoi.vn)

ຫັນຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນກຳລັງໜູນບືນຕົວຂຶ້ນ

ບົດລາຍງານລັດຖະບານ ໄດ້ຊີ້ແຈ້ງວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການໂລກພວມມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ ໄດ້ສົ່ງຜົນກະທົບບໍ່ດີຕໍ່ການເຕີບໂຕເສດຖະກິດທົ່ວໂລກ, ໃນນັ້ນ ມີ ຫວຽດນາມ. ໃນສະພາບການນັ້ນ, ລັດຖະບານໄດ້ມີຄວາມທຸ່ນທ່ຽງ, ມີຄຸນນະທາດ, ເປັນເຈົ້າການດຳເນີນຫຼາຍມາດຕະການຮັບມືຢ່າງຄົບຊຸດ, ທັນການ, ມີໄຫວພິບ, ສອດຄ່ອງ ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າໃນເບື້ອງຕົ້ນ ເມື່ອ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ອາເມລິກາ ໄດ້ເຫັນດີດຳເນີນການເຈລະຈາໃນວັນທີ 07 ພຶດສະພາ ຈະມາເຖິງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ:

“ເປັນເຈົ້າການສ້າງວິທີການໃຫ້ສຳເລັດ ແລະ ດຳເນີນການເຈລະຈາ ກັບ ອາເມລິກາ ຢ່າງມີປະສິດທິຜົນ ບົນຈິດໃຈ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ, ສອດຄ່ອງກັບກົດໝາຍຂອງ ຫວຽດນາມ, ມຸ່ງໄປເຖິງການຊຸກຍູ້ດ້ານການຄ້າຢ່າງດຸ່ນດ່ຽງ, ຍືນຍົງ, ບໍ່ສົ່ງຜົນກະທົບຕໍ່ບັນດາຂໍ້ຕົກລົງສາກົນ ເຊິ່ງ ຫວຽດນາມ ເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ກໍ່ຮີບເຮັ່ງປະກາດໃຊ້ດຳລັດ ວ່າດ້ວຍການຄວບຄຸມການຄ້າຍຸດທະສາດ; ເພີ່ມທະວີການຕິດຕາມກວດກາຕົ້ນກຳເນີດຂອງສິນຄ້າ; ສືບຕໍ່ຫັນຕະຫຼາດ, ສິນຄ້າ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ຍົກສູງຄຸນນະພາບ, ກຳລັງແກ້ງແຍ້ງຂອງສິນຄ້າ, ການບໍລິການ, ກຽມພ້ອມຮັບມືກັບການຜັນແປຂອງເສດຖະກິດໂລກ; ຮີບເຮັ່ງສ້າງ ແລະ ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍໃຫ້ແກ່ວິສາຫະກິດ, ຊາວຜູ້ອອກແຮງງານທີ່ຖືກຜົນກະທົບຈາກນະໂຍບາຍພາສີອາກອນຂອງ ອາເມລິກາ”.

ຕໍ່ໜ້າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ, ລັດຖະບານ ຫວຽດນາມ ຢັ້ງຢືນບໍ່ທໍ້ຖອຍໃຈ, ຢຶດໝັ້ນກັບເປົ້າໝາຍທີ່ໄດ້ວາງອອກ ດ້ວຍຄວາມຕັດສິນໃຈສູງກວ່າ, ຄວາມມານະພະຍາຍາມຫຼາຍກວ່າ, ການກະທຳຂ້ຽວຂາດກວ່າ ໃນການຄຸ້ມຄອງ, ບໍລິຫານ ແລະ ຈັດຕັ້ງປະຕິບັດ. ທ່ານ ຟ້າມມິງຈິງ ຊີ້ແຈ້ງວ່າ:

“ຕໍ່ໜ້າສະພາບການໂລກທີ່ມີການຜັນແປຫຼາຍຢ່າງ ແລະ ບັນດາຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດໃນປັດຈຸບັນນັ້ນ, ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມຄາດຫວັງປ່ຽນແປງໃໝ່ດ້ວຍຄວາມຕັດສິນໃຈສູງສຸດ, ດ້ວຍວິໄສທັດມອງກວ້າງເຫັນໄກ, ຄິດເລິກ, ເຮັດໃຫຍ່, ຫັນສິ່ງທ້າທາຍເປັນໂອກາດ, ຫັນຄວາມຫຍຸ້ງຍາກກາຍເປັນກຳລັງໜູນບືນຕົວຂຶ້ນເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ເປັນຢ່າງດີ”.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ  ຫວຽດນາມ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ລັດຖະບານ ຈະປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ, ສ້າງຄວາມເຊື່ອໝັ້ນໃໝ່, ບັນຍາກາດໃໝ່, ກຳລັງໜູນໃໝ່, ສ້າງປະເທດ ຫວຽດນາມ ໃຫ້ຮຸ່ງເຮືອງ, ສີວິໄລ, ວັດທະນາຖາວອນ./.


top