ຂ່າວສານ

ຕັດ​ສິນ​ໃຈ​ຟື້ນ​ຟູ, ພັດ​ທະ​ນາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​ຊີ​ວິດ​ສັ​ງ​ຄົມ

ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈກ່ຽວກັບທິດທາງ, ໜ້າທີ່, ວິທີການແກ້ໄຂໃນເດືອນ ມິຖຸນາ ແລະ ຊຸມເດືອນທ້າຍປີ 2021. 
ພາບປະກອບ: TTXVN

ວັນທີ 31 ພຶດສະພາ ປີ 2021, ຕາມແຈ້ງການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢູ່ກອງປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນພຶດສະພາ ແລະ ໃນ 5 ເດືອນ ຕົ້ນປີ 2021 ດຳເນີນໃນວັນທີ 31 ພຶດສະພາ 2021. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບ ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສຳເລັດໃບຍື່ນສະເໜີ ແລະ ບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນ ພຶດສະພາ ແລະ 5 ເດືອນຕົ້ນປີ 2021.

ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໃຈກ່ຽວກັບທິດທາງ, ໜ້າທີ່, ວິທີການແກ້ໄຂໃນເດືອນ ມິຖຸນາ ແລະ ຊຸມເດືອນທ້າຍປີ 2021. ລາຍລະອຽດແມ່ນ, ກ່ຽວກັບສະພາບການ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕ້ອງເຮັດໃຫ້ແຈ້ງບັນດາສິ່ງທ້າທາຍໃນໄລຍະຈະມາເຖິງຄືການຜັນແປຂອງໂລກລະບາດໂຄວິດ - 19 ໃນທົ່ວປະເທດ ແລະ ສາກົນ, ເປັນຕົ້ນແມ່ນໃນພາກພື້ນ, ບັນດາຄວາມສ່ຽງກ່ຽວກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ຕະຫຼາດການເງິນການສາກົນ, ຄວາມໝັ້ນຄົງ, ການທູດ ທີ່ຂາດສະຖຽນລະພາບ, ບັນຫາຄົງຄ້າງພາຍໃນພື້ນຖານເສດຖະກິດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕະຫຼອດຮອດການຜະລິດດຳເນີນທຸລະກິດ, ຂໍ້ຕິດຂັດໃນການປ່ອຍເງິນລົງທຶນສາທາລະນະ.

(ແຫຼ່ງຄັດຈາກ VOV)


top