
ໃນກອບກອງປະຊຸມສຸດຍອດ ຄວາມຮ່ວມມື ອະນຸພາກພືື້ນ ແມ່ນ້ຳ ຂອງ ເປີດກວ້າງ ຄັ້ງທີ 6 (GMS 6), ຕອນເຊົ້າວັນທີ 30 ມີນາ2018,
ທີ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ) ໄດ້ຈັດວາລະປະຊຸມ ເປີດກວ້າງ ຂອງ ສະພາວິສາຫະກິດ GMS, ເປີດສາກ ໃຫ້ແກ່ ບັນດາການ ເຄື່ອນໄຫວ
ຂອງ ເວທີປາໄສ ສຸດຍອດ ດຳເນີນທຸລະກິດ GMS. ພາບ: VNA

ບັນດານັກປະຖະກະຖາ ໄດ້ພິຈາລະນາ ພາຍໃຕ້ຫົວຂໍ້: “ບັນດາຕົວ ແບບດຳເນີນທຸລະກິດໃໝ່-ທັດສະນະ ຂອງ ແມ່ຍິງ ໃນການເລີ່ມຕົ້ນ
ທຸລະກິດ ແລະ ບັນດານັກທຸລະກິດ ມາຈາກ ບັນດາ ປະເທດ GMS ທີ່ວາລະປະຊຸມເປີດກວ້າງ ຂອງ ສະພາວິສາຫະກິດ GMS,
ເປີດສາກ ໃຫ້ແກ່ ບັນດາ ການເຄື່ອນໄຫວ ຂອງ ເວທີປາໄສ ສຸດຍອດ ດຳເນີນທຸລະກິດ GMS. ພາບ: VNA

ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ກະຊວງການຕ່າງ ປະເທດ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ ການສົນທະນາ ນະໂຍ ບາຍ
ຂັ້ນສູງ, ກັບບັນດາ ວາລະປະຊຸມ ພິຈາລະນາ ວ່າດ້ວຍ ຫົວ ຂໍ້ ຕ່າງໆ ເຊັ່ນ: “ພັດທະນາພື້ນຖານໂຄງລ່າງ ແລະ ການເງິນ ໃຫ້ແກ່ ພື້ນຖານ
ໂຄງລ່າງ”, “ນຳໃຊ້ເຕັກໂນໂລຊີສູງ ເພື່ອຊຸກຍູ້ ການພັດ ທະ ນາ ກະສິກຳ ພາກພື້ນ GMS”, “GMS ແລະ ການຄ້າ ທົ່ວໂລກ”.
ໃນພາບ: ບັນດາຜູ້ແທນ ກ່າວປາໄສ ທີ່ວາລະປະຊຸມ ພິຈາລະນາ ວ່າ ດ້ວຍຫົວຂໍ້ “ນຳໃຊ້ ເຕັກໂນໂລຊີສູງ
ເພື່ອຊຸກຍູ້ ການພັດທະນາ ກະສິ ກຳ ພາກພື້ນ GMS”. ພາບ: VNA

ພາບໃນວາລະປະຊຸມ ພິຈາລະນາ ວ່າດ້ວຍຫົວຂໍ້: “GMS ແລະການ ຄ້າທົ່ວໂລກ”. ພາບ: VNA

ບັນດາຜູ້ແທນ ໃນວາລະການປະຊຸມ ພິຈາລະນາ ວ່າດ້ວຍຫົວຂໍ້: “ພັດທະນາ ພື້ນຖານໂຄງລ່າງ
ແລະ ການເງິນ ໃຫ້ແກ່ ພື້ນຖານໂຄງ ລ່າງ” . ພາບ: VNA

ຕອນບ່າຍ ວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ,
ບັນດາຫົວໜ້າ ຄະນະ GMS ແລະ ຜູ້ແທນເຂົ້າຮ່ວມ ພິທີ ເປີດງານວາງ ສະແດງ ພາບຖ່າຍ
ກອງປະຊຸມສຸດຍອດ GMS ຄັ້ງທີ 6. ພາບ: VNA

ໃນກອບກອງປະຊຸມຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ບັນດາຫົວໜ້າຄະນະ GMS ໄດ້ເຂົ້າຮ່ວມ ວາລະການປະຊຸມ ຄົບຄະນະ ການໂອ້ລົມສົນທະນາ ວ່າດ້ວຍ
ນະໂຍບາຍ ຂອງ ເວທີປາໄສສຸດຍອດ ດຳເນີນທຸ ລະກິດ GMS. ພາບ: VNA

ໃນກອບກອງປະຊຸມຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ ຫໍປະຊຸມແຫ່ງຊາດ,
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Jonathan Choi
ປະທານ ກຸ່ມບໍລິສັດ Sunwah (ຮົງກົງ, ຈີນ). ພາບ: VNA

ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Takehiko Nakao, ປະທານທະນາຄານພັດທະນາ ອາຊີ (ADB) ເນື່ອງໃນໂອກາດ ເຂົ້າ ຮ່ວມກອງປະຊຸມ GMS ຄັ້ງທີ 6. ພາບ: VNA

ໃນກອບກອງປະຊຸມສຸດຍອດຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ ຫໍປະຊຸມແຫ່ງຊາດ,
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ພົບ ປະແລກປ່ຽນ ຄຳ ຄິດຄຳເຫັນ ກັບທ່ານ ປຣະຢຸດ ຈັນໂອຊາ
ນາຍົກ ລັດຖະມົນຕີ ໄທ. ພາບ: VNA

ຕອນເຊົ້າວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ກ່ອນເປີດກອງປະ ຊຸມສຸດຍອດຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6,
ບັນດາຜູ້ນຳ GMS ໄດ້ດໍາເນີນການປະຊຸມວົງແຄບ ພາຍໃຕ້ ການ ເປັນ ເຈົ້າພາບ ຂອງ ທ່ານ ຫງວຽນ ຊວນຟຸກ
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ພາບ: VNA

ຕອນເຊົ້າວັນທີ 31 ມີນາ, ວາລະປະຊຸມສຸດຍອດຄວາມຮ່ວມມືອະ ນຸພາກ ພື້ນແມ່ນາໍ້ຂອງ GMS ຄັ້ງທີ 6 ໄດ້ຈັດຂຶ້ນຢ່າງສົມກຽດ
ທີ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ). ໃນພາບ: ທ່ານ ຫງວຽນຊວນຟຸກ ນາຍົກລັດະມົນຕີ ແລະ ບັນດາຫົວໜ້າຄະນະ
ຖ່າຍຮູບຮ່ວມກັນ. ພາບ: VNA

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວປາໄສ ທີ່ ກອງປະ ຊຸມ ຄົບຄະນະ GMS ຄັ້ງທີ 6. ພາບ: VNA

ໃນພາບ: (ແຕ່ຊ້າຍຫາຂວາ): ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ວ່າງຢີ້ ລັດຖະມົນຕີ ການຕ່າງປະເທດ ແຫ່ງ ສປ ຈີນ, ທ່ານ UHenry Van Thio ຮອງປະທານາທິບໍດີ ແຫ່ງ ສ. ມຽນນາ ເຂົ້າຮ່ວມກອງປະຊຸມ
ຄົບຄະນະ ກອງປະຊຸມສຸດຍອດ ອະນຸພາກພື້ນ ແມ່ນາໍ້ຂອງ GMS ຄັ້ງທີ 6. ພາບ: VNA

ຕອນທ່ຽງ ວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແລະ ທ່ານ Takehiko Nakao
ປະ ທານ ທະນາຄານພັດທະນາ ອາຊີ (ADB) ໄດ້ເປັນເຈົ້າພາບ ໃນ ການປະຊຸມຂ່າວ ແຈ້ງຜົນ ຂອງ
ກອງປະຊຸມສຸດຍອດອະນຸພາກພື້ນ ແມ່ນາໍ້ຂອງ GMS ຄັ້ງທີ 6. ພາບ: VNA |